ການສົນທະນາແລະການເຈລະຈາແມ່ນຊ່ອງທາງທີ່ຖືກຕ້ອງພຽງໜຶ່ງດຽວເພື່ອຊຸກຍູ້ໃຫ້ແຫຼມເກົາຫຼີພົ້ນອອກຈາກຄວາມຫຍຸ້ງຍາກດ້ານຄວາມໝັ້ນຄົງ

2023-08-26 16:19:48 cri

ວັນທີ 25 ສິງຫານີ້, ທ່ານເກີງສວງ ຮອງຜູ້ຕາງໜ້າຖາວອນຈີນປະຈຳອົງການ ສປຊ ກ່າວວ່າ: ບັນຫາແຫຼມເກົາຫຼີບໍ່ແມ່ນບັນຫາລູກສອນໄຟນຳວິຖີນິວເຄລຍແບບງ່າຍດາຍ, ທາດແທ້ຂອງມັນແມ່ນບັນຫາຄວາມໝັ້ນຄົງດ້ານການເມືອງທີ່ຕົກຄ້າງຈາກສະໄໝສົງຄາມເຢັນ, ສິ່ງແກນກາງແມ່ນຂາດຄວາມໄວ້ເນື້ອເຊື່ອໃຈກັນ ແລະ ຂາດກົນໄກສັນຕິພາບ, ຂໍກຸນແຈມີຢູ່ວ່າຈະເອົາສັນຕິພາບຫຼືເອົາສົງຄາມກັນແທ້. ການສົນທະນາແລະການເຈລະຈາແມ່ນຊ່ອງທາງທີ່ຖືກຕ້ອງພຽງໜຶ່ງດຽວເພື່ອຊຸກຍູ້ໃຫ້ແຫຼມເກົາຫຼີພົ້ນອອກຈາກຄວາມຫຍຸ້ງຍາກດ້ານຄວາມໝັ້ນຄົງ.

ທ່ານເກີງສວງກ່າວຕື່ມວ່າ: ສະພາຄວາມໝັ້ນຄົງອົງການ ສປຊ ຄວນເສີມຂະຫຍາຍບົດບາດທີ່ມີລັກສະນະສ້າງສັນເພື່ອຜ່ອນຄາຍຄວາມເຄັ່ງຕຶງ ແລະ ຊຸກຍູ້ການແກ້ໄຂບັນຫາໂດຍຜ່ານວິຖີທາງການເມືອງ. ສິ່ງທີ່ປະເທດກ່ຽວຂ້ອງຄວນເຮັດຢ່າງແທ້ຈິງ ບໍ່ແມ່ນສວຍໃຊ້ເວທີສະພາຄວາມໝັ້ນຄົງເພື່ອເຮັດໃຫ້ຄວາມຂັດແຍ້ງ ແລະ ສະຖານະການຮຸນແຮງຂຶ້ນ, ແຕ່ແມ່ນໃຊ້ການກະທຳຕົວຈິງ ແລະ ອອກແຜນການທີ່ລະອຽດ, ຕອບສະໜອງຄວາມເປັນຫ່ວງເປັນໃຍທີ່ສົມເຫດສົມຜົນຂອງ ສປປ ເກົາຫຼີ, ພະຍາຍາມສ້າງເງື່ອນໄຂໃຫ້ແກ່ການຟື້ນຟູການສົນທະນາຄືນໃໝ່. ຈີນຍິນດີສືບຕໍ່ຮັກສາການແລກປ່ຽນຄວາມຄິດເຫັນຢ່າງໃກ້ຊິດກັບຝ່າຍຕ່າງໆທີ່ກ່ຽວຂ້ອງ, ທຳຄວາມພະຍາຍາມທີ່ມີລັກສະນະສ້າງສັນເພື່ອຊຸກຍູ້ການແກ້ໄຂບັນຫາແຫຼມເກົາຫຼີໂດຍຜ່ານວິຖີທາງການເມືອງ.