ທ່ານມຸນັນກາກວາໄດ້ຮັບເລືອກຕັ້ງເປັນປະທານາທິບໍດີຊິມບຳເວອີກສະໄໝໜຶ່ງຕິດຕໍ່ກັນ

2023-08-27 15:02:19 cri

 

ວັນທີ 26 ສິງຫານີ້, ຄະນະກຳມະການເລືອກຕັ້ງຂອງຊິມບຳເວໄດ້ປະກາດວ່າ: ທ່ານເອມເມີຊັນ ມຸນັນກາກວາ ປະທານາທິບໍດີຊິມບຳເວຄົນປັດຈຸບັນໄດ້ຮັບເລືອກຕັ້ງເປັນປະທານາທິບໍດີຊິມບຳເວອີກສະໄໝໜຶ່ງຕິດຕໍ່ກັນດ້ວຍຄະແນນສຽງ 52,6%.

 

ທ່ານມຸນັນກາກວາໄດ້ດຳລົງຕຳແໜ່ງປະທານາທິບໍດີຊິມບຳເວນັບແຕ່ເດືອນພະຈິກປີ 2017 ເປັນຕົ້ນມາ, ແລະໄດ້ຮັບເລືອກຕັ້ງເປັນປະທານາທິບໍດີອີກສະໄໝໜຶ່ງຕິດຕໍ່ກັນໃນວັນທີ 30 ກໍລະກົດປີ 2018, ມີໄລຍະດຳລົງຕຳແໜ່ງເປັນເວລາ 5 ປີ.