ລັດຟລໍຣິດາຂອງອາເມຣິກາໄດ້ເກີດເຫດການຍິງກັນເຮັດໃຫ້ຊາວຜິວດຳເສຍຊີວິດ 3 ຄົນ

2023-08-27 15:02:59 cri

 

ວັນທີ 26 ສິງຫານີ້, ຕຳຫຼວດຂອງເມືອງແຈັກຊັນວິເລພາກເໜືອລັດຟລໍຣິດາອາເມຣິກາແຈ້ງໃຫ້ຮູ້ວ່າ: ຢູ່ຮ້ານຄ້າແຫ່ງໜຶ່ງຂອງເມືອງນີ້ໄດ້ເກີດເຫດການຍິງກັນໃນຕອນບ່າຍມື້ດຽວກັນ, ເຮັດໃຫ້ຊາວຜິດດຳເສຍຊີວິດ 3 ຄົນ, ຈາກນັ້ນ ຜູ້ກໍ່ເຫດໄດ້ຍິງຕົວຕາຍ.

 

ໃນມື້ດຽວກັນ, ຫົວໜ້າຕຳຫຼວດເມືອງແຈັກຊັນວິເລໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວວ່າ: ນີ້ແມ່ນອາດຊະຍາກຳທີ່ເກີດຂຶ້ນຍ້ອນຄວາມຄຽດຊັງລະຫວ່າງເຊື້ອຊາດຜິດພັນ. ຜູ້ກໍ່ເຫດແມ່ນຜູ້ຊາຍຜິວຂາວທີ່ມີອາຍຸ 20 ກວ່າປີ, ຖານະຂອງລາວຍັງບໍ່ທັນຮູ້ເທື່ອ, ກ່ອນກໍ່ເຫດການຍິງ, ລາວເຄີຍເຜີຍແຜ່ຄຳເວົ້າທີ່ຄຽດຊັງຊາວຜິວດຳ. FBI ອາເມຣິກາແຈ້ງໃຫ້ຮູ້ວ່າ: ໄດ້ເລີ່ມດຳເນີນຄະດີນີ້ໂດຍຖືເປັນອາດຊະຍາກຳຍ້ອນຄວາມຄຽດຊັງ.