ບຸກຄົນອະນຸລັກສິ່ງແວດລ້ອມຟີລິບປິນກ່າວວ່າ: ຄັດຄ້ານຍີ່ປຸ່ນດື້ດ້ານປ່ອຍນ້ຳປົນເປື້ອຍລັງສີນິວເຄຣຍລົງສູ່ທະເລ ບໍ່ຄວນໃຫ້ທະເລກາຍເປັນບ່ອນຖອກຂີ້ເຫຍື້ອ

2023-08-27 15:37:00 CRI

 

ຍີ່ປຸ່ນດື້ດ້ານປ່ອຍນ້ຳປົນເປື້ອນລັງສີນິວເຄຣຍຈາກເຂື່ອນໄຟຟ້າຟຸຄຸຊິມະລົງສູ່ທະເລໄດ້ຮັບການຕຳນິຕິຕຽນຢ່າງກວ້າງຂວາງຈາກປະຊາຄົມໂລກ. ຢູ່ຟີລິບປິນ, ມີບຸກຄົນອະນຸລັກສິ່ງແວດລ້ອມກ່າວວ່າ: ລັດຖະບານຍີ່ປຸ່ນຄວນຮັບຟັງຄວາມຮຽກຮ້ອງຂອງມວນຊົນ, ຖືືທ່າທີວິທະຍາສາດມາແກ້ໄຂບັນຫານີ້ຢ່າງລະມັດວະວັງ, ທະເລກໍແມ່ນຊີວິດ, ບໍ່ຄວນເຮັດໃຫ້ທະເລກາຍເປັນບ່ອນຖອກຂີ້ເຫຍື້ອ.

 

ທ່ານຈູງ ທຽນ ຊຽງ, ອະດີດບັນນາທິການໃຫຍ່ຂອງໜັງສືພິມ “ນານຢາງຊາງປ້າວ” ມາເລເຊຍຕິຕຽນການກະທຳຂອງລັດຖະບານຍີ່ປຸ່ນແມ່ນການກະທຳທີ່ເຫັນແກ່ຕົວ,ບໍ່ມີຄວາມຮັບຜິດຊອບ, ເຊິ່ງໄດ້ຝ່າຝືນ “ສົນທິສັນຍາວ່າດ້ວຍ

ກົດໝາຍທະເລຂອງອົງການສະຫະປະຊາຊາດ”.