ລາຄາສິນໃນນ້ຳຂອງແຂວງຟຸຄຸຊິມະຍີ່ປຸ່ນຫຼຸດຕ່ຳລົງຢ່າງເດັ່ນຊັດ

2023-08-28 10:52:54 CRI

    ຍີ່ປຸ່ນລະບາຍນ້ຳປົນເປື້ອນກຳມັນຕະພາບລັງສີນິວເຄລຍ ລົງສູ່ທະເລ ເບື້ອງຕົ້ນໄດ້ເຮັດໃຫ້ທຸລະກິດຂອງຊາວປະມົງ ແລະ ຮ້ານອາຫານທ້ອງຖິ່ນໄດ້ຮັບຜົນກະທົບຢ່າງໜັກໜ່ວງ. ຫວ່າງມໍ່ໆມານີ້, ລາຄາສິນໃນນ້ຳຂອງແຂວງຟຸຄຸຊິມະໄດ້ຫຼຸດຕ່ຳລົງຢ່າງເດັ່ນຊັດ, ຈຳນວນປະຊາຊົນທີ່ເຂົ້າໄປກິນອາຫານຢູ່ຮ້ານອາຫານທ້ອງຖິ່ນກໍ່ຫຼຸດໜ້ອຍລົງຢ່າງເດັ່ນຊັດເຊັ່ນດຽວກັນ.



     ຫຼັງຈາກບໍລິສັດພະລັງງານໄຟຟ້າໂຕກຽວເລີ່ມລະບາຍນ້ຳປົນເປື້ອນກຳມັນຕະພາບລັງສີນິວເຄລຍລົງສູ່ທະເລໃນວັນທີ 24 ສິງຫານີ້, ທຸລະກິດຂອງຊາວປະມົງທ້ອງຖິ່ນໄດ້ຮັບຜົນກະທົບໃນທັນທີ. ມີຊາວປະມົງກ່າວວ່າ, ໃນມື້ທີສອງທີ່ຍີ່ປຸ່ນລະບາຍນ້ຳປົນເປື້ອນລົງສູ່ທະເລ, ລາຄາຂອງປາລີ້ນໝາຕໍ່ກິໂລໄດ້ຫຼຸດລົງປະມານ 15%.