ປະທານາທິບໍດີອູແກຣນກ່າວວ່າ: ຈະຈັດກອງປະຊຸມຕັດສິນໃຈເພີ່ມຄວາມເຂັ້ມແຂງໃຫ້ກອງທັບອູແກຣນ

2023-08-28 16:16:59 cri

 

ສຳນັກຂ່າວສານແຫ່ງຊາດອູແກຣນໄດ້ລາຍງານວ່າ: ຕອນຄ່ຳວັນທີ 27 ສິງຫານີ້, ທ່ານໂວໂລດີເມຍ ເຊເລນສະກີ ປະທານາທິບໍດີອູແກຣນໄດ້ກ່າວຄຳປາໄສໂດຍເປີດໃຫ້ຮູ້ວ່າ: ຈະຈັດກອງປະຊຸມຂອງກອງບັນຊາການສູງສຸດກອງໃໝ່, ວາລະກອງປະຊຸມໄດ້ກຳນົດໄວ້ແລ້ວ, ໂດຍສະເພາະແມ່ນຈະຕັດສິນໃຈເພີ່ມຄວາມເຂັ້ມແຂງໃຫ້ກອງທັບອູແກຣນ.

 

ທ່ານກ່າວຕື່ມວ່າ: ກອງບັນຊາການທະຫານຕ້ອງກຽມຄວາມພ້ອມສ້າງພື້ນຖານໂຄງລ່າງໃຫ້ເຮືອບິນຮົບລຸ້ນໃໝ່, ເຈົ້າໜ້າທີ່ການທູດຕ້ອງຕັ້ງໜ້າຊຸກຍູ້ການແລກປ່ຽນກັບປະເທດຄູ່ຮ່ວມຫຼາຍກວ່າເກົ່າ, ຕອບສະໜອງຄວາມຕ້ອງການທັງໝົດຂອງນັກຮົບ, ກອງປະຊຸມຄັ້ງນີ້ຈະສະເໜີຄວາມຮຽກຮ້ອງຕ້ອງການຢ່າງຈະແຈ້ງໃຫ້ແຕ່ລະພາກສ່ວນ.