ຜົນການສຳຫຼວດປະຊາມະຕິຂອງສື່ມວນຊົນຍີ່ປຸ່ນສະແດງໃຫ້ເຫັນວ່າ ອັດຕາການສະໜັບສະໜູນຄະນະລັດຖະບານຍີ່ປຸ່ນໄດ້ຫຼຸດລົງເຖິງ 26%

2023-08-28 10:48:12 CRI

    ວັນທີ 27 ສິງຫານີ້,ສື່ມວນຊົນຍີ່ປຸ່ນລາຍງານວ່າ,ການສຳຫຼວດປະຊາມະຕິໃນຂອບເຂດທົ່ວປະເທດຍີ່ປຸ່ນທີ່ດຳເນີນລະຫວ່າງວັນທີ 26 ຫາ 27 ສິງຫານີ້ສະແດງໃຫ້ເຫັນວ່າ: ອັດຕາການສະໜັບສະໜູນຄະນະລັດຖະບານຍີ່ປຸ່ນພາຍໃຕ້ການນຳພາຂອງທ່ານຟຸມິໂອ ຄິຊິດະ ນາຍົກລັດຖະມົນຕີໄດ້ຫຼຸດລົງຈາກ 28% ໃນເດືອນກໍລະກົດແລ້ວນີ້ເຫຼືອພຽງ 26% ໂດຍຕ່ຳກວ່າ 30% ເປັນເວລາສອງເດືອນຕິດຕໍ່ກັນ.



    ອີກດ້ານໜຶ່ງ, ອັດຕາບໍ່ໃຫ້ການສະໜັບສະໜູນຄະນະລັດຖະບານຍີ່ປຸ່ນແມ່ນສູງເຖິງ 68%, ເພີ່ມຂຶ້ນ 3% ເມື່ອທຽບໃສ່ເດືອນກໍລະກົດແລ້ວນີ້.