ອິນເດຍອອກຂໍ້ກຳນົດໃໝ່ເພື່ອຈຳກັດການສົ່ງອອກເຂົ້າສານ

2023-08-28 11:36:00 cri


   ພາຍໃຕ້ເບື້ອງຫຼັງລາຄາເຂົ້າສານໃນສາກົນເພີ່ມຂຶ້ນຢ່າງຕໍ່ເນື່ອງ,ໃນຖານະເປັນປະເທດສົ່ງອອກເຂົ້າສານທີ່ໃຫຍ່ກວ່າໝູ່,ອິນເດຍໄດ້ປະກາດມາດຕະການຈຳກັດການສົ່ງອອກເຂົ້າສານອີກຄັ້ງໜຶ່ງໃນວັນທີ 27 ສິງຫານີ້ ໂດຍໄດ້ກຳນົດລາຄາເຂົ້າຫອມຂອງອິນເດຍຕ່ຳສຸດໄວ້ຢູ່ໃນລະດັບ 1.200 ໂດລາຕໍ່ໜຶ່ງໂຕນ.


   ເຂົ້າຫອມອິນເດຍແມ່ນປະເພດເຂົ້າສານສົ່ງອອກໃຫຍ່ກວ່າໝູ່ຂອງອິນເດຍ. ລັດຖະບານອິນເດຍແຈ້ງໃຫ້ຮູ້ວ່າ:ຫຼັງຈາກເລີ່ມປະຕິບັດມາດຕະການເກືອດຫ້າມການສົ່ງອອກເຂົ້າສານແລ້ວ, ມີນັກທຸລະກິດຈຳນວນໜຶ່ງໄດ້ຈັດເອົາເຂົ້າສານປະເພດອື່ນມາເປັນເຂົ້າສານຫອມອິນເດຍ ເພື່ອຫຼີກລ່ຽງການຈຳກັດ. ການປະກາດມາດຕະການໃໝ່ເທື່ອນີ້ ແມ່ນເພື່ອຮັບປະກັນໃຫ້ນັກທຸລະກິດປະຕິບັດຕາມຄຳສັ່ງເກືອດຫ້າມການສົ່ງອອກທີ່ປະກາດໃຊ້ໃນເມື່ອກ່ອນ.


   ອິນເດຍເປັນປະເທດສົ່ງອອກເຂົ້າສານທີ່ສຳຄັນຂອງໂລກ,ການສົ່ງອອກເຂົ້າສານໃນປີ 2022 ຜ່ານມາ ມີປະມານ 22 ລ້ານໂຕນ, ກວມ 40% ຂຶ້ນໄປໃນຍອດຈຳນວນການສົ່ງອອກເຂົ້າສານຢູ່ໃນໂລກ.