ນັກວິເຄາະຈາກຫຼາຍປະເທດຕີລາຄາສູງຕໍ່ປະທານປະເທດຈີນເຂົ້າຮ່ວມການພົບປະຄັ້ງທີ 15 ຂອງຜູ້ນຳປະເທດ BRICS

2023-08-28 15:24:47 cri

 

ເມື່ອບໍ່ດົນມານີ້, ນັກວິເຄາະຈາກຫຼາຍປະເທດກ່າວວ່າ: ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເຂົ້າຮ່ວມການພົບປະຄັ້ງທີ 15 ຂອງຜູ້ນຳປະເທດ BRICS ແລະກ່າວຄຳປາໄສທີ່ສຳຄັນ ເຊິ່ງຈະຊີ້ນຳການຮ່ວມມືລະຫວ່າງປະເທດ BRICS, ຈີນ-ອາຟຣິກາໃຕ້ ແລະຈີນ-ອາຟຣິກາກ້າວຂຶ້ນສູ່ລະດັບໃໝ່, ຊຸກຍູ້ວຽກງານການພັດທະນາຂອງໂລກກ້າວໄປຂ້າງໜ້າຢ່າງບໍ່ຢຸດຢັ້ງ ແລະສະແດງໃຫ້ເຫັນເຖິງຄວາມຮັບຜິດຊອບຂອງປະເທດໃຫຍ່.

 

ນັກວິເຄາະຈາກຫຼາຍປະເທດຍັງບອກໃຫ້ຮູ້ວ່າ: ທ່ານສີຈິ້ນຜິງເນັ້ນໜັກວ່າ: ຈະຍຶດໝັ້ນຈິດໃຈ BRICS ທີ່ເປີດປະຕູສູ່ພາຍນອກ ແລະກວມລວມ, ຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ, ອອກແຜນການຈີນເພື່ອເພີ່ມທະວີການຮ່ວມມືລະຫວ່າງປະເທດ BRICS, ບໍ່ພຽງແຕ່ຍົກລະດັບກົນໄກການຮ່ວມມືຂອງ BRICS ໃຫ້ສູງຂຶ້ນເທົ່ານັ້ນ, ຍັງຈະເຮັດໃຫ້ປະເທດພວມພັດທະນາຢ່າງຫຼວງຫຼາຍສາມັກຄີກັນເສີມຂະຫຍາຍບົດບາດຫຼາຍກວ່າເກົ່າເຂົ້າໃນວຽກງານການເມືອງ ແລະເສດຖະກິດສາກົນ. ຈຸດຢືນ “ສ້າງຕົວແບບໃຫ້ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ” ທີ່ສະເໜີໂດຍທ່ານສີຈິ້ນຜິງ ປະທານປະເທດຈີນແມ່ນການຊີ້ນຳການຮ່ວມມືແບບຍຸດທະສາດລະຫວ່າງຈີນ-ອາຟຣິກາໃນຍຸກໃໝ່. ຈີນຕັ້ງໜ້າສະໜັບສະໜູນການພັດທະນາຂອງປະເທດອາຟຣິກາຢ່າງຈິງໃຈ, ສ້າງຕົວແບບໃນປະຊາຄົມໂລກສິ່ງນີ້ມີຄວາມໝາຍສຳຄັນໃນການຊຸກຍູ້ວຽກງານການພັດທະນາຂອງໂລກ.