ຣັດເຊຍຢືນຢັນວ່າທ່ານພຣີໂກຢີນເສຍຊີວິດຈາກອຸບັດເຫດຍົນຕົກ

2023-08-28 11:30:38 cri


   ວັນທີ 27 ສິງຫານີ້, ຄະນະກຳມະການສືບສວນສະຫະພັນຣັດເຊຍເປີດເຜີຍໃຫ້ຮູ້ວ່າ:ໄດ້ສຳເລັດການວິໄຈດ້ານພັນທຸກຳສາດແລ້ວຕໍ່ສົບຜູ້ເສຍຊີວິດຈາກອຸບັດເຫດຍົນຕົກຢູ່ລັດເທວເອີ ເຊິ່ງສະແດງໃຫ້ເຫັນວ່າ ຜູ້ເສຍຊີວິດທັງ10ຄົນ ແມ່ນກົງກັບລາຍຊື່ຂຶ້ນຍົນທັງໝົດ. ຄະນະກຳມະການສືບສວນສະຫະພັນຣັດເຊຍຢືນຢັນວ່າ: ທ່ານເຢັຟເກີນີ ພຣີໂກຢີນ ຜູ້ສ້າງກຸ່ມວາກເນີ ພໍ່ຄ້າຮັບເໝົາທາງການທະຫານເອກະຊົນຣັດເຊຍໄດ້ເສຍຊີວິດໃນອຸບັດເຫດຍົນຕົກເທື່ອນີ້.


   ວັນທີ 23 ສິງຫານີ້,ອົງການຂົນສົ່ງທາງອາກາດສະຫະພັນຣັດເຊຍໄດ້ປະກາດລາຍຊື່ຜູ້ໂດຍສານຈາກເຫດການຍົນຕົກທີ່ລັດເທວເນີ ໂດຍຢືນຢັນວ່າ ທ່ານເຢັຟເກີນີ ພຣີໂກຢີນໄດ້ຂີ່ຍົນທີ່ເກີດອຸບັດເຫດຕົກເທື່ອນີ້.