ລັດຖະສະພາອາຟຣິກາໃຕ້ຕີລາຄາສູງຕໍ່ຜົນໄດ້ຮັບຈາກການພົບປະຂອງຜູູ້ນຳປະເທດບຣິກສ໌

2023-08-28 10:42:27 CRI

    ວັນທີ 26 ສິງຫານີ້, ລັດຖະສະພາອາຟຣິກາໃຕ້ໄດ້ອອກຖະແຫຼງການ ຕີລາຄາສູງຕໍ່ຜົນໄດ້ຮັບຈາກການພົບປະຄັ້ງທີ 15 ຂອງຜູ້ນຳປະເທດບຣິກສ໌.


 

    ເນື້ອໃນຖະແຫຼງການລະບຸວ່າ: ຜົນໄດ້ຮັບຈາກການພົບປະທີ່ມີ “ລັກສະນະປະຫວັດສາດ” ເທື່ອນີ້ໄດ້ຢືນຢັນໃຫ້ເຫັນເຖິງຄວາມສາມາດດ້ານການນຳພາທີ່ເບິ່ງກວ້າງມອງໄກ ແລະ ຄຳໝັ້ນສັນຍາທີ່ໝັ້ນໜຽວບໍ່ປ່ຽນແປງຂອງຜູ້ນຳປະເທດບຣິກສ໌, ສະແດງໃຫ້ເຫັນເຖິງນ້ຳໃຈການຮ່ວມມືສາກົນທີ່ແຂງແຮງ, ໄດ້ກ່າວເນັ້ນເຖິງລັດທິຫຼາຍຝ່າຍ,ການແກ້ໄຂການປະທະກັນໂດຍສັນຕິ ແລະ ການສະແຫວງຫາການພັດທະນາແບບຍືນຍົງ. ການພົບປະໄດ້ສຸມໃສ່ແກ້ໄຂບັນຫາຄວາມບໍ່ສະເໝີພາບດ້ານເສດຖະກິດ, ຊຸກຍູ້ການເຕີບໂຕ ແລະ ຄົ້ນຫາການປະດິດສ້າງແຜນການແກ້ໄຂບັນຫາດ້ານການເງິນໃໝ່, ສິ່ງນີ້ບໍ່ພຽງແຕ່ຈະເພີ່ມກຳລັງແຮງຂອງປະເທດບຣິກສ໌ເທົ່ານັ້ນ, ຍັງຈະກາຍເປັນແຮງຂັບເຄື່ອນທີ່ເຮັດໃຫ້ອາຟຣິກາ ລວມເຖິງທົ່ວໂລກມີຄວາມກ້າວໜ້າ ແລະ ສະຖຽນລະພາບ.



    ເນື້ອໃນຖະແຫຼງການຍັງໄດ້ຍ້ອງຍໍຂໍ້ຕົກລົງລວມໝູ່ກ່ຽວກັບບຣິກສ໌ຂະຫຍາຍສະມາຊິກ ໂດຍກ່າວວ່າ: ການຂະຫຍາຍສະມາຊິກເທື່ອນີ້ຈະສ້າງຜົນສະທ້ອນໄປທົ່ວໂລກ ໂດຍສະເພາະແມ່ນມີຜົນດີຕໍ່ປະເທດທີ່ພວມພັດທະນາ, ຕະຫຼາດຈະເລີນໃໝ່ ແລະ ການຊຸກຍູ້ໃຫ້ມີຫຼາຍຂົ້ວ, ແມ່ນບາດກ້າວຍຸດທະສາດທີ່ຊຸກຍູ້ການຮ່ວມມື ແລະ ການພັດທະນາ ພ້ອມທັງການປະດິດສ້າງ ແລະ ເພີ່ມທະວີການພົວພັນດ້ານເສດຖະກິດ. ປະເທດໃໝ່ຕ່າງໆທີ່ເຂົ້າເປັນສະມາຊິກຈະສ້າງໂອກາດໃໝ່ເພື່ອນຳໃຊ້ກຳລັງແຮງສັງລາມຫຼຸດຜ່ອນຄວາມຫຼຸດໂຕນກັນດ້ານເສດຖະກິດ, ຊຸກຍູ້ການເຕີບໂຕແບບຍືນຍົງ ແລະ ເພີ່ມທະວີສຽງຂອງປະເທດທີ່ພວມພັດທະນາໃນເວທີສາກົນ.