ກະຊວງການຕ່າງປະເທດຈີນ: ປະເທດໃກ້ຄຽງ ແລະປະຊາຄົມໂລກຍຶດໝັ້ນທ່າທີຕຳໜິຕິຕຽນລັດຖະບານຍີ່ປຸ່ນປ່ອຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລ

2023-08-29 11:39:23 cri

 

ວັນທີ 28 ສິງຫານີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຖາມເລື່ອງທີ່ປະຊາຊົນຈີນບໍ່ພໍໃຈຍີ່ປຸ່ນປ່ອຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລ. ທ່ານວ່າງເວີນປິ່ນຕອບວ່າ: ຈີນຮັບປະກັນຄວາມປອດໄພ ແລະສິດຜົນປະໂຫຍດທີ່ຖືກຕ້ອງຕາມກົດໝາຍຂອງປະຊາຊົນຕ່າງປະເທດຢູ່ຈີນມາໂດຍຕະຫຼອດ. ຂ້າພະເຈົ້າຢາກເນັ້ນໜັກອີກວ່າ: ລັດຖະບານຍີ່ປຸ່ນບໍ່ເອົາຫົວຊາຕໍ່ຄວາມສົງໄສ ແລະການຄັດຄ້ານຢ່າງໜັກໜ່ວງຈາກປະຊາຄົມໂລກ, ເລີ່ມປ່ອຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລແຕ່ຝ່າຍດຽວຢ່າງດື້ດ້ານ, ປະເທດໃກ້ຄຽງ ແລະປະຊາຄົມໂລກມີທ່າທີຕຳໜິຕິຕຽນໂດຍທົ່ວໄປຕໍ່ການກະທຳທີ່ບໍ່ມີຄວາມຮັບຜິດຊອບທີ່ສຸດ ແລະເຫັນແກ່ຕົວຂອງລັດຖະບານຍີ່ປຸ່ນ ແລະນຳໃຊ້ມາດຖະການປ້ອງກັນທີ່ກ່ຽວຂ້ອງ.