ຈີນຈະເບີກເງິນທຶນ10ຕື້ໂດລາເພື່ອຈັດຕັ້ງປະຕິບັດຂໍ້ລິເລີ່ມການພັດທະນາທົົ່ວໂລກ

2023-08-30 12:16:45 cri


ໃນໄລຍະການສົນທະນາລະຫວ່າງປະເທດບຣິກສ໊ກັບປະເທດອາຟຣີກາ ຕະຫຼາດຈະເລີນໃໝ່ອື່ນໆ ແລະ ປະເທດພວມພັດທະນາ, ປະເທດຈີນໄດ້ປະກາດວ່າ: ໄດ້ສ້າງຕັ້ງກອງທຶນພັດທະນາທົ່ວໂລກແລະການຮ່ວມມືໃຕ້ໃຕ້ມູນຄ່າ 4 ຕື້ໂດລາ,ອົງການການເງິນຈີນຈະເບີກເງິນທຶນ 10 ຕື້ໂດລາ ເພື່ອໃຊ້ເຂົ້າໃນການຈັດຕັ້ງປະຕິບັດຂໍ້ລິເລີ່ມການພັດທະນາທົົ່ວໂລກ.


ທ່ານນາງທ່າງຢີ່ງ ຫົວໜ້າສູນພັດທະນາແລະຊຸກຍູ້ທົ່ວໂລກຂອງອົງການຮ່ວມມືພັດທະນາສາກົນແຫ່ງຊາດຈີນໄດ້ກ່າວວ່າ: ການທີ່ຈີນປະກາດວ່າ “ອົງການການເງິນຈີນຈະເບີກເງິນທຶນ 10 ຕື້ໂດລາ ເພື່ອໃຊ້ເຂົ້າໃນການຈັດຕັ້ງປະຕິບັດຂໍ້ລິເລີ່ມການພັດທະນາທົົ່ວໂລກ”ເທື່ອນີ້ ຈະສ້າງພະລັງແຮງໃໝ່ໃຫ້ແກ່ພາລະກິດການພັດທະນາທົ່ວໂລກ.