ກະຊວງການຕ່າງປະເທດຈີນ: ຈີນນຳໃຊ້ມາດຕະການສຸກເສີນຕໍ່ຜະລິດຕະພັນທາງທະເລທີ່ມາຈາກຍີ່ປຸ່ນແມ່ນສົມເຫດສົມຜົນ ແລະຈຳເປັນທີ່ສຸດ

2023-08-31 10:50:46 cri

 

ວັນທີ 30 ສິງຫານີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຖາມວ່າ: ຕໍ່ກັບເລື່ອງທີ່ຈີນຍຸດຕິນຳເຂົ້າຜະລິດຕະພັນທາງທະເລຈາກຍີ່ປຸ່ນຢ່າງຮອບດ້ານນັ້ນ, ເຈົ້າໜ້າທີ່ລັດຖະບານຍີ່ປຸ່ນໄດ້ກ່າວໃນວັນທີ 29 ສິງຫານີ້ວ່າ: ຖ້າວິທີທາງການທູດບໍ່ໄດ້ຮັບຜົນ, ລັດຖະບານຍີ່ປຸ່ນອາດຈະຮ້ອງຟ້ອງຕໍ່ອົງການການຄ້າໂລກ. ຂໍຖາມແດ່ຈີນມີຄວາມເຫັນຄືແນວໃດ?

 

ທ່ານວ່າງເວີນປິ່ນຕອບວ່າ: ຕໍ່ກັບເລື່ອງທີ່ຍີ່ປຸ່ນລະບາຍນ້ຳປົນເປື້ອນລັງສີນີວເຄລຍລົງສູ່ທະເລ, ປະຊາຄົມໂລກໄດ້ຕຳໜິຕິຕຽນໂດຍທົ່ວໄປ ແລະນຳໃຊ້ມາດຕະການປ້ອງກັນທີ່ກ່ຽວຂ້ອງ. ອົງການຄຸ້ມຄອງຂອງຈີນປະຕິບັດຕາມກົດໝາຍຂອງຈີນ ແລະຂໍ້ກຳນົດທີ່ກ່ຽວຂ້ອງຂອງອົງການການຄ້າໂລກ, ໂດຍນຳໃຊ້ມາດຕະການສຸກເສີນຕໍ່ຜະລິດຕະພັນທາງທະເລທີ່ມາຈາກຍີ່ປຸ່ນນັ້ນແມ່ນສົມເຫດສົມຜົນ ແລະຈຳເປັນທີ່ສຸດ.