ເອກອັກຄະລັດຖະທູດຈີນປະຈຳອາເມຣິກາກ່າວວ່າ: ການຕັດຂາດການຕິດຕໍ່ພົວພັນລະຫວ່າງຈີນ ແລະອາເມຣິກາແມ່ນຄວາມສ່ຽງໃຫຍ່ທີ່ສຸດ, ການເປັນປໍລະປັກກັນລະຫວ່າງສອງປະເທດແມ່ນຄວາມບໍ່ໝັ້ນຄົງໃຫຍ່ທີ່ສຸດ

2023-08-31 11:09:03 cri

 

ວັນທີ 29 ສິງຫານີ້, ທ່ານເຊ້ຍເຟິ່ງ ເອກອັກຄະລັດຖະທູດຈີນປະຈຳອາເມຣິກາໄດ້ກ່າວຄຳປາໄສໃນເວທີເປິກສາຫາລືການຄ້າອາເມຣິກາ-ຈີນຄັ້ງທີ 5 ຂອງຟໍເບສທີ່ຈັດຂຶ້ນຢູ່ນະຄອນຫຼວງວໍຊິງຕັນຂອງປະເທດອາເມຣິກາ, ທ່ານກ່າວເນັ້ນວ່າ: ຕ້ອງເປີດກວ້າງການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງຈີນ ແລະອາເມຣິກາແບບຕ່າງຝ່າຍຕ່າງມີຜົນປະໂຫຍດ.

 

ທ່ານເຊ້ຍເຟິ່ງກ່າວຕື່ມວ່າ: ການຕັດຂາດການຕິດຕໍ່ພົວພັນລະຫວ່າງຈີນ ແລະອາເມຣິກາແມ່ນຄວາມສ່ຽງໃຫຍ່ທີ່ສຸດ ການເປັນປໍລະປັກກັນລະຫວ່າງສອງປະເທດແມ່ນຄວາມບໍ່ໝັ້ນຄົງໃຫຍ່ທີ່ສຸດ, “ການປັດສະຈາກຈີນ” ແມ່ນການປັດສະຈາກໂອກາດ, ປັດສະຈາກການຮ່ວມມື, ປັດສະຈາກສະຖຽນລະພາບ ແລະປັດສະຈາກການພັດທະນາ.

 

ທ່ານກ່າວຕື່ມອີກວ່າ: ໃນມໍ່ໆມານີ້, ຈີນ ແລະອາເມຣິກາໄດ້ບັນລຸຄວາມຄືບໜ້າຢ່າງຕັ້ງໜ້າຈຳນວນໜຶ່ງໃນການໄປມາຫາສູ່ກັນລະຫວ່າງປະຊາຊົນ ແລະເພີ່ມທະວີການແລກປ່ຽນດ້ານວັດທະນະທຳ. ໃນຕໍ່ໜ້າຕ້ອງສືບຕໍ່ປະຕິບັດວຽກງານຕົວຈິງ, ບັນລຸໝາກຜົນການຮ່ວມມືທີ່ເຫັນໄດ້ ແລະຈັບບາຍໄດ້ໃຫ້ຫຼາຍກວ່າເກົ່າ, ສ້າງປັດໄຈອັນຕັ້ງໜ້າຫຼາຍກວ່າເກົ່າເຂົ້າໃນການພັດທະນາການພົວພັນຈີນ-ອາເມຣິກາ.