ໃນເຄິ່ງປີນີ້ ດັດຊະນີຄວາມຂັດແຍ້ງດ້ານເສດຖະກິດການຄ້າໂລກແມ່ນຢູ່ໃນລະດັບສູງທຸກໆເດືອນ

2023-08-31 10:51:42 cri

 

ວັນທີ 30 ສິງຫານີ້, ຄະນະກຳມະການສົ່ງເສີມການຄ້າສາກົນຂອງຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ, ເພື່ອປະກາດດັດຊະນີຄວາມຂັດແຍ້ງດ້ານເສດຖະກິດການຄ້າໂລກໃນເຄິ່ງປີນີ້, ອີງຕາມຂໍ້ມູນສະຖິຕິຊີ້ໃຫ້ເຫັນວ່າ: ໃນເຄິ່ງປີນີ້ ດັດຊະນີຄວາມຂັດແຍ້ງດ້ານເສດຖະກິດການຄ້າໂລກແມ່ນຢູ່ໃນລະດັບສູງທຸກໆເດືອນ.

 

ຂໍ້ມູນສະຖິຕິຊີ້ໃຫ້ເຫັນຕື່ມວ່າ: ໃນເຄິ່ງປີນີ້, ການແຂ່ງຂັນລະຫວ່າງປະເທດໃຫຍ່ຍັງພົ້ນເດັ່ນຂຶ້ນ, ທ່າອຽງການປັບປຸງນະໂຍບາຍຂອງບັນດາປະເທດສຳຄັນແມ່ນຈະແຈ້ງ. ອິນເດຍ, ອາເມຣິກາ ແລະສະຫະພາບເອີຣົບແມ່ນປະເທດ ແລະເຂດແຄວ້ນຕົ້ນຕໍທີ່ເກີດຄວາມຂັດແຍ້ງດ້ານເສດຖະກິດການຄ້າຢູ່ໃນໂລກ. ດັດຊະນີຄວາມຂັດແຍ້ງດ້ານເສດຖະກິດການຄ້າໂລກຂອງອິນເດຍໄລຍະ 6 ເດືອນຕົ້ນປີນີ້ແມ່ນຢູ່ໃນລະດັບສູງ, ສ່ວນອາເມຣິກາ ແລະສະຫະພາບເອີຣົບມີ 5 ເດືອນແມ່ນຢູ່ໃນລະດັບສູງ ແລະຍີ່ປຸ່ນມີ 2 ເດືອນຢູ່ໃນລະດັບສູງ.