ຫຼາຍແຫ່ງຂອງຣັດເຊຍຖືກໂຈມຕີ ສະໜາມບິນສອງແຫ່ງຢູ່ມົສກູປິດຊົ່ວຄາວໜຶ່ງ

2023-08-31 10:33:11 CRI

    ວັນທີ 30 ສິງຫານີ້, ສະໜາມບິນພີສໂກຟຂອງລັດພີສໂກຟຣັດເຊຍຖືກໂຈມຕີດ້ວຍຍົນບໍ່ມີຄົນຂັບ. ເຈົ້າຄອງລັດພີສໂກຟກ່າວວ່າ, ການໂຈມຕີດ້ວຍຍົນບໍ່ມີຄົນຂັບຕໍ່ສະໜາມບິນໄດ້ຖືກຕີຖອຍ, ບໍ່ມີຄົນເສຍຊີວິດ. ມື້ດຽວກັນ, ສະໜາມບິນພີສໂກຟແຈ້ງໃຫ້ຮູ້ວ່າ, ຍ້ອນຖືກໂຈມຕີ, ສະໜາມບິນໄດ້ຍົກເລີກຖ້ຽວບິນພົນລະເຮືອນໃນວັນທີ 30 ສິງຫານີ້.



    ໃນເວລາດຽວກັນ, ພົນລະເມືອງລັດເບຣຽນ ແລະ ລັດອ໋ອກໂຢດຂອງຣັດເຊຍບອກໃຫ້ຮູ້ວ່າໄດ້ຍິນສຽງລະເບີດ. ນອກນີ້, ສະໜາມບິນວີນູໂກໂວ ແລະ ສະໜາມບິນໂຕໂມເດໂດໂວຢູ່ນະຄອນຫຼວງມົສກູໄດ້ປິດຊົ່ວຄາວ ແລະ  ໄດ້ຟື້ນຟູການບໍລິການແລ້ວ.