ຈີນ:ຍີ່ປຸ່ນຄວນຍຸດຕິການລະບາຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລໃນທັນທີ

2023-08-31 10:26:53 CRI

    ວັນທີ 30 ສິງຫານີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ.



    ກ່ຽວກັບຍີ່ປຸ່ນລະບາຍນ້ຳປົນເປື້ອນສັງສີນິວເຄລຍລົງສູ່ທະເລ, ທ່ານວ່າງເວີນປິ່ນກ່າວວ່າ: ບັນຫາກົກຮາກທີ່ສ້າງສະຖານະການໃນສະເພາະໜ້ານີ້ແມ່ນຍ້ອນລັດຖະບານຍີ່ປຸ່ນບໍ່ເອົາຫົວຊານຳຄວາມສົງໄສຫຼາຍທີ່ສຸດຂອງປະຊາຄົມໂລກ,ດື້ດ້ານລະບາຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລແຕ່ຝ່າຍດຽວ ໂດຍໄດ້ສ້າງຄວາມສ່ຽງທີ່ຄາດບໍ່ໄດ້ຕໍ່ສິ່ງແວດລ້ອມທາງທະເລໃນທົ່ວໂລກ ແລະ ສຸຂະພາບຂອງມວນມະນຸດ, ເຮັດໃຫ້ປະຊາຄົມໂລກຄຽດແຄ້ນໂດຍທົ່ວໄປ. ຍີ່ປຸ່ນຄວນຍຸດຕິການລະບາຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລໃນທັນທີ ແລະ ມີປະຕິກິລິຍາຕອບຄວາມເປັນຫ່ວງຂອງປະຊາຄົມໂລກດ້ວຍຮູບແບບມີຄວາມຮັບຜິດຊອບ.