ຈີນຍຶດໝັ້ນແບ່ງປັນໂອກາດການພັດທະນາກັບໂລກ

2023-08-31 16:21:45 cri


ວັນທີ 30 ສິງຫານີ້, ໂຄງການສະຫະປະຊາຊາດເພື່ອການພັດທະນາ, ກອງທຶນປະຊາກອນສະຫະປະຊາຊາດແລະກົມປະຕິບັດງານຂອງຫ້ອງການອົງການສະຫະປະຊາຊາດເພື່ອການບໍລິການໂຄງການ ໄດ້ຈັດກອງປະຊຸມປະຈຳຄັ້ງທີ 2 ໃນປີ 2023, ທ່ານຕ້າຍປິ່ງ ຮອງຜູ້ຕາງໜ້າຖາວອນຈີນປະຈຳອົງການສະຫະປະຊາຊາດກ່າວຄຳປາໄສໃນກອງປະຊຸມວ່າ: ຈີນຈະຍຶດໝັ້ນແບ່ງປັນໂອກາດການພັດທະນາກັບໂລກ.


ທ່ານຕ້າຍປິ່ງກ່າວຕື່ມວ່າ, ຈີນຍຶດໝັ້ນແບ່ງປັນໂອກາດການພັດທະນາກັບໂລກ. ໃນການພົບປະຄັ້ງທີ 15 ຂອງຜູ້ນຳປະເທດບຣິກສ໌ ທີ່ຫາກໍ່ສິ້ນສຸດລົງນັ້ນ, ຈີນໄດ້ປະກາດວ່າ, ອົງການການເງິນຈີນຈະຈັດສ້າງເງິນທຶນພິເສດຈຳນວນ 10 ຕື້ໂດລາສະຫະລັດ, ເພື່ອໃຊ້ສຳລັບການປະຕິບັດຂໍ້ລິເລີ່ມການພັດທະນາທົ່ວໂລກ. ເຊິ່ງຈະສະໜັບສະໜູນປະເທດຕ່າງໆເລັ່ງລັດບັນລຸເປົ້າໝາຍການພັດທະນາແບບຍືນຍົງຢ່າງແຂງແຮງ. ຈີນຄອງຄອຍດຳເນີນການຮ່ວມມືຢ່າງໃກ້ຊິດກັບໂຄງການ ສະຫະປະຊາຊາດເພື່ອການພັດທະນາແລະປະເທດສະມາຊິກພາຍໃຕ້ຂອບຂໍ້ລິເລີ່ມພັດທະນາທົ່ວໂລກ, ຮ່ວມກັນຮັບມືກັບສິ່ງທ້າທາຍໃນດ້ານການພັດທະນາ, ບໍ່ໃຫ້ປະເທດໃດໜຶ່ງແລະຜູ້ຄົນໃດໜຶ່ງຕົກຂະບວນ.