ທ່ານກູເຕີເຣັສກ່າວວ່າ:ໄດ້ສະເໜີຂໍ້ສະເໜີລະອຽດກ່ຽວກັບການຟື້ນຟູສັນຍາການຂົນສົ່ງຜະລິດຕະພັນກະສິກຳຈາກທ່າກຳປັ່ນທະເລດຳອອກສູ່ພາຍນອກໃຫ້ແກ່ຣັດເຊຍແລ້ວ

2023-09-01 11:01:34 CRI

    ວັນທີ 31 ສິງຫານີ້, ທ່ານອັນໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ອົງການສະຫະປະຊາຊາດກ່າວວ່າ, ກ່ຽວກັບການຟື້ນຟູສັນຍາການຂົນສົ່ງຜະລິດຕະພັນກະສິກຳຈາກທ່າກຳປັ່ນທະເລດຳອອກສູ່ພາຍນອກ, ທ່ານໄດ້ຂຽນຈົດໝາຍໂດຍສະເໜີ “ຂໍ້ສະເໜີລະອຽດຕ່າງໆ” ຝາກໃຫ້ທ່ານເຊີເກ ລາຟໂລຟ ລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍແລ້ວ.


 

    ທ່ານອັນໂຕນີໂອ ກູເຕີເຣັສເນັ້ນໜັກວ່າ, ຖ້າສັນຍາການຂົນສົ່ງຜະລິດຕະພັນກະສິກຳຈາກທ່າກຳປັ່ນທະເລດຳອອກສູ່ພາຍນອກຟື້ນຟູປະຕິບັດແລ້ວ, ຄວນຮັບປະກັນໃຫ້ສາມາດແກ່ຍາວເວລາຂອງສັນຍາໄດ້ຢ່າງໝັ້ນຄົງ.