ທ່ານວາງຢີ້ສົນທະນາທາງໂທລະສັບກັບລັດຖະມົນຕີການຕ່າງປະເທດສ ເກົາຫຼີ

2023-09-01 11:18:49 CRI

    ວັນທີ 31 ສິງຫາແລ້ວນີ້, ທ່ານວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ສົນທະນາທາງໂທລະສັບກັບທ່ານປັກຈີນ ລັດຖະມົນຕີກະຊວງການຕ່າງປະເທດສ ເກົາຫຼີ.



    ທ່າຍວາງຢີ້ກ່າວວ່າ, ຈີນມີກຳລັງແຮງບົ່ມຊ້ອມດ້ານການພັດທະນາເສດຖະກິດອັນໃຫຍ່ຫຼວງ ແລະ ມີຕະຫຼາດອັນກວ້າງຂວາງ, ການຂະຫຍາຍການຮ່ວມມືລະຫວ່າງຈີນ ກັບ ສ ເກົາຫຼີຈະຊ່ວຍເຫຼືອໃຫ້ສ.ເກົາຫຼີມີຄວາມຈະເລີນ ແລະ ການພັດທະນາແບບຍືນຍົງ. ຫວັງວ່າສ ເກົາຫຼີບໍ່ໃຫ້ການຮ່ວມມືການກະທຳແບບຕ່າວປີ້ນຄືນກັບຂະບວນໂລກາພິວັດ ແລະ ການຕັດຂາດການຕິດຕໍ່ພົວພັນໃນທຸກຮູບແບບ, ລົງເລິກການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດໃນຂົງເຂດຕ່າງໆລະຫວ່າງສອງປະເທດ ເພື່ອສ້າງຄວາມສຸກໃຫ້ແກ່ປະຊາຊົນສອງປະເທດຫຼາຍກວ່າເກົ່າ.

 

     ສອງຝ່າຍຍັງໄດ້ແລກປ່ຽນຄວາມເຫັນຕໍ່ບັນຫາຕ່າງໆ ເຊັ່ນ: ຍີ່ປຸ່່ນລະບາຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລ, ບັນຫາແຫຼມເກົາຫຼີ ແລະ ອື່ນໆ.