ຣັດເຊຍຈະສະໜອງທັນຍາຫານ 1 ລ້ານໂຕນໃຫ້ຕູຣາເຄຍດ້ວຍລາຄາຕ່ຳພິເສດ

2023-09-01 10:38:31 CRI


    ວັນທີ 30 ສິງຫາແລ້ວນີ້, ກະຊວງການຕ່າງປະເທດຣັດເຊຍໄດ້ອອກຖະແຫຼງການຜ່ານເວັບໄຊຂອງຕົນວ່າ: ຣັດເຊຍ ແລະ ຕູຣາເຄຍກຳລັງພິຈາລະນາຈັດຕັ້ງປະຕິບັດຕາມຂໍ້ລິເລິ່ມຂອງທ່ານວະລະດີເມຍ ປູຕິນ ປະທານາທິບໍດີຣັດເຊຍ, ພາຍໃຕ້ການສະໜັບສະໜູນດ້ານການເງິນຂອງກາຕາ ຣັັດເຊຍຈະສະໜອງທັນຍາຫານຈຳນວນ 1 ລ້ານໂຕນໃຫ້ຕູຣາເຄຍດ້ວຍລາຄາຕ່ຳພິເສດ, ເພື່ອໃຫ້ວິສາຫະກິດຂອງຕູຣາເຄຍປຸງແຕ່ງແລ້ວ ສະໜອງໃຫ້ປະເທດທີ່ມີຄວາມຕ້ອງການ.