ທ່ານຟຸມິໂອ ຄິຊິດະ ນາຍົກຍີ່ປຸ່ນຖືກແຈ້ງການກະທຳຜິດ

2023-09-02 15:34:03 CRI

 

    ວັນທີ 1 ກັນຍານີ້, “ສະມາຄົມຕິດຕໍ່ພົວພັນທົ່ວປະເທດເພື່ອຄັດຄ້ານໂຮງງານຜະລິດໄຟຟ້ານິວເຄລຍລະບາຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລ” ເຊິ່ງເປັນອົງການຈັດຕັ້ງປະຊາຊົນຍີ່ປຸ່ນໄດ້ສົ່ງຈົດໝາຍແຈ້ງການກະທຳຜິດທີ່ແນໃສ່ທ່ານຟຸມິໂອ ຄິຊິ
ດະ ນາຍົກລັດຖະມົນຕີຍີ່ປຸ່ນ ແລະ ທ່ານໂຄປະຢະຄະວະຜູ້ອຳນວຍການໃຫຍ່ບໍລິສັດພະລັງງານໄຟຟ້າໂຕກຽວ ຕໍ່ອົງການໄອຍະການທ້ອງຖິ່ນໂຕກຽວ ເພື່ອຄັດຄ້ານໂຮງງານຜະລິດໄຟຟ້ານິວເຄລຍເລກໜຶ່ງຟຸຄຸຊິມະລະບາຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລ. ອົງການດັ່ງກ່າວຊີ້ອອກວ່າ: ເຖິງວ່າໄດ້ແກ້ໄຂນ້ຳປົນເປື້ອນລັງສີນິວເຄລຍແລ້ວແຕ່ຍັງມີວັດຖຸທີ່ປົນເປື້ອນກຳມັນຕະພາບລັງສີທີ່ກຳຈັດບໍ່ໄດ້ຫຼົງເຫຼືອຢູ່ຫັ້ນ.ການກະທຳຂອງລັດຖະບານມີຜົນຮ້າຍແຮງທີ່ສຸດ.