ຊັບສິນຂອງເວເນຊູເອລາຫຼາຍກວ່າ 22 ຕື້ໂດລາຖືກອາຍັດຍ້ອນການລົງໂທດຂອງອາເມຣິກາ

2023-09-03 14:19:04 cri

ສື່ມວນຊົນເວເນຊູເອລາລາຍງານໃນວັນທີ 2 ກັນຍານີ້ວ່າ: ທ່ານວີລຽມ ກັສຕິໂລ ຮອງລັດຖະມົນຕີກະຊວງການຕ່າງປະເທດເວເນຊູເອລາກ່າວວ່າ: ເນື່ອງຈາກວ່າອາເມຣິກາປະຕິບັດການລົງໂທດພຽງແຕ່ຝ່າຍດຽວຕໍ່ເວເນຊູເອລາ, ປັດຈຸບັນ, ຊັບສິນຂອງເວເນຊູເອລາຫຼາຍກວ່າ 22 ຕື້ໂດລາໄດ້ຖືກອົງການການເງິນສາກົນອາຍັດ.

ທ່ານວີລຽມ ກັສຕິໂລ ກ່າວວ່າ: ໃນຊັບສິນທີ່ຖືກອາຍັດເຫຼົ່ານີ້, ມີ 5 ຕື້ໂດລາເປັນຮູບແບບສິດຖອນເງິນພິເສດໃນອົງການກອງທຶນເງິນຕາສາກົນ, ອົງການດັ່ງກ່າວເຄີຍຕັດສິນໃຈຈະໂອນເງິນດັ່ງກ່າວໄປທະນາຄານກາງເວເນຊູເອລາ ເພື່ອຊ່ວຍເວເນຊູເອລາຟື້ນຟູເສດຖະກິດພາຍຫຼັງການແພ່ລະບາດຂອງພະຍາດໂຄວິດ-19 ສິ້ນສຸດລົງ, ແຕ່ທະນາຄານກາງເວເນຊູເອລາບໍ່ໄດ້ຮັບເງິນງວດນີ້ຈົນມາຮອດປັດຈຸບັນ.