ເມືອງ 3 ແຫ່ງຂອງຈີນເຂົ້າໃນ 10 ເມືອງທ່ອງທ່ຽວທີ່ດີເດັ່ນກວ່າໝູ່ຂອງໂລກ

2023-09-03 14:37:46 cri


ວັນທີ 2 ກັນຍານີ້, ກອງປະຊຸມຮ່ວມມືແລະພັດທະນາການທ່ອງທ່ຽວໂລກປີ 2023 ຈັດຂຶ້ນຢູ່ສູນປະຊຸມແຫ່ງຊາດນະຄອນຫຼວງປັກກິ່ງ.


ກອງປະຊຸມ ຮ່ວມມືແລະພັດທະນາການທ່ອງທ່ຽວໂລກຄັ້ງນີ້ໄດ້ປະກາດ “ບົດລາຍງານການພັດທະນາເມືອງທ່ອງທ່ຽວໂລກ ປີ 2022”. ເຊິ່ງໄດ້ດຳເນີນການວິໄຈສັງລວມຕາມຫຼັກວິທະຍາສາດ ຕໍ່ນະຄອນ 100 ແຫ່ງໃນທົ່ວໂລກ ໃນ 6 ດ້ານ ຄື: ຊື່ສຽງຂອງເມືອງ, ລະດັບພັດທະນາຂອງຂະແໜງການທ່ອງທ່ຽວ, ລະດັບອັດສະລິຍະ, ລະດັບຄວາມປອດໄພດ້ານການທ່ອງທ່ຽວ, ການປະກອບສ່ວນດ້ານເສດຖະກິດແລະລະດັບຄວາມພໍໃຈຂອງນັກທ່ອງທ່ຽວ, ເພື່ອໃຫ້ຄຳເປິກສາແກ່ການວາງນະໂຍບາຍດ້ານຂະແໜງການທ່ອງທ່ຽວ.


ໃນການລຽງລຳດັບ 20 ເມືອງທີ່ມີລະດັບການພັດທະນາການທ່ອງທ່ຽວກ້າວໜ້າກວ່າໝູ່ໃນທົ່ວໂລກປະຈຳປີ 2022 ທີ່ປະກາດໃນມື້ດຽວກັນນັ້ນ, ນະຄອນຫຼວງປັກກິ່ງ, ນະຄອນຊຽງໄຮ້ແລະນະຄອນຮົງກົງ ຕ່າງໄດ້ລຽງລຳດັບເປັນທີ 7 ທີ 8 ແລະທີ 9.