ອິນເດຍຍິງສົ່ງຍານສຳຫຼວດດວງຕາເວັນລຳທຳອິດຂອງປະເທດຕົນ

2023-09-03 14:53:29 cri

ວັນທີ 2 ກັນຍານີ້, ອິນເດຍໄດ້ຍິງສົ່ງຍານສຳຫຼວດ Aditya-L1 ທີ່ເປັນຍານສຳຫຼວດຄົ້ນຄວ້າດວງຕາເວັນລຳທຳອິດຂອງປະເທດຕົນ ເພື່ອຄົ້ນຄວ້າດວງຕາເວັນຢ່າງລະອຽດ.

ເມື່ອບໍ່ດົນມານີ້, ອົງການຄົ້ນຄວ້າອະວະກາດອິນເດຍ ຫຼື ISRO ໄດ້ແຈ້ງຂ່າວຜ່ານສື່ສັງຄົມອອນລາຍວ່າ: ຈາກການຍິງສົ່ງຮອດການເດີນທາງໄປຮອດ, ຍານສຳຫຼວດດັ່ງກ່າວຕ້ອງບິນປະມານ 4 ເດືອນ.

ຍານສຳຫຼວດ Aditya-L1 ມີມູນຄ່າກໍ່ສ້າງປະມານ 48 ລ້ານໂດລາ, ແມ່ນໜ້າທີ່ສຳຫຼວດອະວະກາດອີກລາຍການໜຶ່ງ ພາຍຫຼັງຍານສຳຫຼວດດວງຈັນ Chandrayaan-3 ໄດ້ລົງຈອດຢູ່ພື້ນດິນຂົ້ວໃຕ້ຂອງດວງຈັນໃນວັນທີ 23 ສິງຫາຜ່ານມານີ້.