ເລຂາທິການໃຫຍ່ WMO: ອັດຕາເພີ່ມຂຶ້ນຂອງອຸນຫະພູມທົ່ວໂລກໃນ 5 ປີຕໍ່ໜ້ານີ້ ອາດຈະຫຼາຍກວ່າຕົວເລກສູງສຸດທີ່ກຳນົດໄວ້ໃນ “ສັນຍາປາຣີ”

2023-09-03 14:36:39 cri


ວັນທີ 2 ກັນຍານີ້, ທ່ານເພເຕຣີ ທາລັສ ເລຂາທິການໃຫຍ່ອົງການອຸຕຸນິຍົມໂລກ ຫຼື WMO ກ່າວວ່າ, ອັດຕາເພີ່ມຂຶ້ນຂອງອຸນຫະພູມທົ່ວໂລກໃນ 5 ປີຕໍ່ໜ້ານີ້ ອາດຈະຫຼາຍກວ່າຕົວເລກສູງສຸດທີ່ກຳນົດໄວ້ໃນ “ສັນຍາປາຣີ”, ຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດນັບມື້ນັບພົ້ນເດັ່ນກວ່າເກົ່າ.


ທ່ານກ່າວຕື່ມວ່າ, ຜົນກະທົບຈາກ ການປ່ຽນແປງຂອງດິນຟ້າອາກາດໄດ້ພົ້ນເດັ່ນຫຼາຍທີ່ສຸດແລ້ວ, ຄຽງຄູ່ກັບດິນຟ້າອາກາດປ່ຽນແປງຫຼາຍຂຶ້ນກວ່າເກົ່າ, ເຫດການອາກາດຮ້າຍແຮງໃນທົ່ວໂລກຈະເກີດຂຶ້ນເລື້ອຍກວ່າເກົ່າ. ແຕ່ສິ່ງທີ່ໜ້າເສຍດາຍແມ່ນ, ຫຼາຍປະເທດບໍ່ໄດ້ໃຫ້ຄ່ຳໝັ້ນສັນຍາ, ປະລິມານການປ່ອຍອາຍພິດເຮືອນແກ້ວໃນທົ່ວໂລກໄດ້ສ້າງສະຖິຕິສູງຂຶ້ນຢ່າງບໍ່ຢຸດຢັ້ງ, ກາກບອນດີອອກສິດແມ່ນອາຍພິດເຮືອນແກ້ວທີ່ສຳຄັນທີ່ສຸດຊະນິດໜຶ່ງ, ປະລິມານການປ່ອຍກາກບອນດີອອກສິດໄດ້ເພີ່ມຂຶ້ນຕະຫຼອດມາ. ຕາມສະພາບການໃນປັດຈຸບັນ, ຮອດທ້າຍສະຕະວັດທີ 21, ອຸນຫະພູມທົ່ວໂລກຈະເພີ່ມຂຶ້ນ 2,5-3 ອົງສາ.