ຍີ່ປຸ່ນມີແຕ່ສຳຫຼວດຄືນຕໍ່ປະຫວັດສາດແລ້ວ ຈຶ່ງຈະສາມາດກ້າວໄປຂ້າງໜ້າໄດ້

2023-09-03 14:55:48 cri

ວັນທີ 3 ກັນຍານີ້ ແມ່ນວັນລະນຶກສົງຄາມປະຊາຊົນຈີນຕໍ່ຕ້ານຜູ້ຮຸກຮານຂອງຍີ່ປຸ່ນ ແລະ ສົງຄາມໂລກຕໍ່ຕ້ານຟາຊິດໄດ້ຮັບໄຊຊະນະຄົບຮອບ 78 ປີ, ຜູ້ເບິ່ງກວ້າເຫັນໄກຂອງຍີ່ປຸ່ນຈຳນວນໜຶ່ງກ່າວວ່າ: ມີແຕ່ຍີ່ປຸ່ນມີຄວາມເຫັນຢ່າງຖືກຕ້ອງຕໍ່ປະຫວັດສາດ ແລະ ສຳຫຼວດຄືນຕໍ່ໂທດກຳເທົ່ານັ້ນ, ການພົວພັນຍີ່ປຸ່ນ-ຈີນຈຶ່ງຈະສາມາດກ້ານໄປຂ້າງໜ້າໄດ້.

ທ່ານທະຄະຈິງ ຟຸຈິຕາ ປະທານສະມາຄົມສືບທອດ ແລະ ພັດທະນາຄຳໂອ້ລົມຂອງທ່ານໂຕມິອິຊິ  ມຸຣາຢາມາ ຂອງຍີ່ປຸ່ນກ່າວວ່າ: ປັດຈຸບັນ, ອຳນາດການປົກຄອງພາຍໃຕ້ການນຳພາຂອງພັກເສລີປະຊາທິປະໄຕໄດ້ເກີດມີສຽງທີ່ບໍ່ຍອມຮັບປະຫວັດສາດການຮຸກຮານຕອນນີ້. ຍີ່ປຸ່ນບໍ່ພຽງແຕ່ເຄີຍຮຸກຮານຈີນເທົ່ານັ້ນ, ຍັງໄດ້ຍຶດຄອງແຫຼມເກົາຫຼີໃຫ້ເປັນເມືອງຂຶ້ນຂອງຕົນອີກດ້ວຍ. ຍີ່ປຸ່ນຄວນຈື່ຈຳປະຫວັດສາດດັ່ງກ່າວຕະຫຼອດໄປ. ຍີ່ປຸ່ນຄວນຖືປະຫວັດສາດເປັນແວ່ນແຍງ, ສ້າງສາຍພົວພັນໄມຕີຈິດມິດຕະພາບກັບບັນດາປະເທດໃນອາຊີ, ລັດຖະບານຍີ່ປຸ່ນບໍ່ຄວນຫຼົງລືມປະຫວັດສາດຕອນນີ້.

ທ່ານຊາໂຕໂກ ໂອກາ ໂນຣີມະຊູ ຊາວຍີ່ປຸ່ນທີ່ປະກອບອາຊີບດ້ານສື່ມວນຊົນ ທີ່ດຳລົງຊີວິດຢູ່ການາດາກ່າວວ່າ: ໃນໄລຍະຮຸກຮານຈີນ, ຍີ່ປຸ່ນໄດ້ກໍ່ສົງຄາມເຊື້ອພະຍາດ, ໃຊ້ອາຍພິດ ແລະ ຍັງໄດ້ກໍ່ອີກຫຼາຍເລື່ອງທີ່ໂຫດຮ້າຍ ແລະ ໜ້າຄຽດແຄ້ນຈົນເໜືອຄວາມຄາດຄິດ. ປະຊາຊົນຍີ່ປຸ່ນຄວນຮັບຮູ້ກ່ຽວກັບປະຫວັດສາດຕອນນີ້ເປັນຢ່າງດີ. ເມື່ອມີຄວາມຮັບຮູ້ດ້ານປະຫວັດສາດແລ້ວ ຈຶ່ງຈະສາມາດປ້ອງກັນບໍ່ໃຫ້ເກີດສົງຄາມອີກ.