ເອກອັກຄະລັດດຖະທູດອີຣານປະຈຳອາຣັບບີຊາອູດິດກ່າວວ່າ: ຈະເດີນທາງໄປດຳລົງຕຳແໜ່ງຢູ່ອາຣັບບີຊາອູດິດກ່ອນວັນທີ 5 ກັນຍານີ້

2023-09-04 16:51:40 cri


ວັນທີ 3 ກັນຍາ 2023 ຕາມເວລາທ້ອງຖິ່ນ, ທ່ານໄອນະຢະຕິ ເອກອັກຄະລັດຖະທູດອີຣານປະຈຳອາຣັບບີຊາອູດິດຄົນໃໝ່ ກ່າວວ່າ, ຕົນເອງຈະເດີນທາງໄປນະຄອນຫຼວງລີຢັດປະເທດອາຣັບບີຊາອູດິດກ່ອນວັນທີ 5 ກັນຍານີ້, ເພື່ອດຳລົງຕຳແໜ່ງເອກອັກຄະລັດຖະທູດອີຣານປະຈຳອາຣັບບີຊາອູດິດຢ່າງເປັນທາງການ. ທ່ານກ່າວຕື່ມວ່າ, ເອກອັກຄະລັດຖະທູດອາຣັບບີຊາອູດິດປະຈຳອີຣານຄົນໃໝ່ກໍຈະເດີນທາງໄປອີຣານໃນໄລຍະດຽວກັນ.

ທ່ານກ່າວອີກວ່າ, ອີຣານຈະຊຸກຍູ້ສາຍພົວພັນລະຫວ່າງອີຣານກັບອາຣັບບີຊາອູດິດພາຍໃຕ້ຂອບບ້ານໃກ້ເຮືອນຄຽງທີ່ດີຕໍ່ກັນ. ປັດຈຸບັນ, ສະຖານທູດ ແລະ ສະຖານກົງສຸນລະຫວ່າງສອງປະເທດໄດ້ດຳເນີນວຽກງານຢ່າງເປັນທາງການແລ້ວ, ເຈົ້າໜ້າທີ່ຂັ້ນສູງເຊັ່ນລັດຖະມົນຕີການຕ່າງປະເທດ ແລະ ອື່ນໆໄດ້ບັນລຸການຢ້ຽມຢາມເຊິ່ງກັນ ແລະ ກັນ. ໃນຕໍ່ໜ້າ, ສອງປະເທດຈະສົ່ງເອກອັກຄະລັດຖະທູດໄປປະຈຳການຢູ່ປະເທດຂອງກັນ ແລະ ກັນ, ຫວັງວ່າບາດກ້າວດັ່ງກ່າວຈະສາມາດສຳເລັດຜົນໄດ້ຢ່າງສະດວກ.