ທ່ານໂວໂລດີເມຍ ເຊເລນສກີຈະປ່ຽນລັດຖະມົນຕີປ້ອງກັນປະເທດອູແກຣນຄົນໃໝ່

2023-09-04 10:48:19 cri

ວັນທີ 3 ກັນຍານີ້ຕາມເວລາທ້ອງຖິ່ນ, ທ່ານໂວໂລດີເມຍ ເຊເລນສກີ ປະທານາທິບໍດີອູແກຣນກ່າວວ່າ: ທ່ານໄດ້ຕົກລົງປົດຕຳແໜ່ງຂອງທ່ານໂອເລັກເຊຍ ເຣສນີໂກຟ ລັດຖະມົນຕີກະຊວງປ້ອງກັນປະເທດອູແກຣນ ແລະ ຈະແຕ່ງຕັ້ງທ່ານຣູສເຕມ ອຸເມໂຣຟ ຜູ້ຮັບຜິດຊອບກອງທຶນຊັບສິນແຫ່ງຊາດອູແກຣນເປັນລັດຖະມົນຕີກະຊວງປ້ອງກັນປະເທດອູແກຣນຄົນໃໝ່.

ກ່ຽວກັບລັດຖະມົນຕີກະຊວງປ້ອງກັນປະເທດອູແກຣນຄົນໃໝ່, ທ່ານໂວໂລດີເມຍ ເຊເລນສກີກ່າວວ່າ: ທ່ານຄາດວ່າລັດຖະສະພາຈະອະນຸມັດການແຕ່ງຕັ້ງທ່ານທ່ານຣູສເຕມ ອຸເມໂຣຟເປັນລັດຖະມົນຕີກະຊວງປ້ອງກັນປະເທດ, ພ້ອມທັງກ່າວຕື່ມວ່າ: ທ່ານຣູສເຕມ ອຸເມໂຣຟ “ບໍ່ຕ້ອງການຄຳແນະນຳເພີ່ມຕື່ມແຕ່ຢ່າງໃດ”.

ຕາມຂ່າວແຈ້ງໃຫ້ຮູ້ວ່າ: ທ່ານຣູສເຕມ ອຸເມໂຣຟ ປີນີ້ອາຍຸ 41 ປີ, ເຄີຍເປັນສະມາຊິກສະພາ. ທ່ານໄດ້ນຳພາກອງທຶນຊັບສິນແຫ່ງຊາດອູແກຣນນັບແຕ່ເດືອນກັນຍາປີ 2022 ເປັນຕົ້ນມາ, ພ້ອມທັງໄດ້ເສີມຂະຫຍາຍບົດບາດໃນການເຈລະຈາການຄ້າທັນຍາຫານທະເລດຳ ແລະ ການເຈລະຈາອື່ນໆ.