ກຳລັງຂັບເຄື່ອນໃໝ່ທີ່ແຂງແຮງຈະນຳເອົາຫຍັງມາໃຫ້ແກ່ໂລກ

2023-09-04 10:42:57 cri

ວັນທີ 3 ກັນຍານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ກ່າວຄຳປາໄສທາງວິດີໂອຕໍ່ກອງປະຊຸມສຸດຍອດການຄ້າການບໍລິການທົ່ວໂລກຂອງງານຕະຫຼາດນັດການຄ້າການບໍລິການສາກົນຈີນປີ 2023 ໂດຍກ່າວວ່າ: “ຖ້າເປີດປະຕູສູ່ພາຍນອກ, ເສດຖະກິດໂລກຈະເຕີບໂຕ, ຖ້າປິດປະຕູ, ເສດຖະກິດໂລກຈະຊຸດໂຊມລົງ.” ການຄ້າການບໍລິການທົ່ວໂລກ ແລະ ການຮ່ວມມືໃນຂະແໜງການບໍລິການທົ່ວໂລກພວມຂະຫຍາຍເຂົ້າສູ່ລວງເລິກ ເຊິ່ງໄດ້ເພີ່ມພະລັງຂັດເຄື່ອນອັນແຂງແຮງໃຫ້ແກ່ການຊຸກຍູ້ຂະບວນການເສດຖະກິດໂລກາພິວັດ, ຟື້ນຟູພະລັງຊີວິດດ້ານເສດຖະກິດຂອງໂລກ ແລະ ເພີ່ມຄວາມແໜ້ນໜຽວໃຫ້ແກ່ການພັດທະນາເສດຖະກິດຂອງໂລກ. ທ່ານສີຈິ້ນຜິງໄດ້ກ່າວຢ້ຳເຖິງ “ການເປີດປະຕູສູ່ພາຍນອກ”, “ການຮ່ວມມື”, “ການປະດິດສ້າງໃໝ່” ແລະ “ການຊົມໃຊ້ຮ່ວມກັນ” ອີກຄັ້ງໜຶ່ງ ໂດຍໄດ້ສະແດງໃຫ້ໂລກເຫັນເຖິງຄວາມຕັດສິນໃຈຂອງຈີນທີ່ຈະເປີດປະຕູສູ່ພາຍນອກໃນລະດັບສູງກວ່າເກົ່າ ແລະ ສ້າງຜົນປະໂຫຍດໃຫ້ແກ່ໂລກ ດ້ວຍການພັດທະນາ ແລະ ການເປີດປະຕູສູ່ພາຍນອກ.

ອາດເວົ້າໄດ້ວ່າ, ຄຽງຄູ່ກັບຄວາມທັນສະໄໝແບບຈີນໄດ້ຮັບການຊຸກຍູ້ຢ່າງຕໍ່ເນື່ອງ, ຈີນຈະເປີດກວ້າງການເປີດປະຕູສູ່ພາຍນອກທີ່ມີລະດັບສູງຢ່າງບໍ່ຢຸດຢັ້ງ. ໃນຂະບວນການດັ່ງກ່າວ, ຈະນຳເອົາການບໍລິການແບບຈີນທີ່ດີກວ່າເກົ່າ ແລະ ຫຼາຍກວ່າເກົ່າໃຫ້ແກ່ປະຊາຊົນທົ່ວໂລກ.