ເນື້ອທີ່ໄຟໄໝ້ລາມປ່າໃນປີນີ້ຂອງການາດາມີເຖິງ 163.000 ກິໂລຕາແມັດ

2023-09-04 14:41:37 cri

ອີງຕາມຕົວເລກຂໍ້ມູນທີ່ພາກສ່ວນດັບເພີງການາດາເປີດເຜີຍໃຫ້ຮູ້ໃນວັນທີ 3 ກັນຍານີ້ຕາມເວລາປັກກິ່ງສະແດງໃຫ້ເຫັນວ່າ, ເນື້ອທີ່ໄຟໄໝ້ລາມປ່າໃນປີນີ້ຂອງການາດາມີເຖິງ 163.000 ກິໂລຕາແມັດ, ໃນທົ່ວປະເທດການາດາໄດ້ເກີດໄຟໄໝ້ລາມປ່າ 1.087 ຈຸດ, ໃນນັ້ນ, ມີ 700 ກວ່າຈຸດຕົກໃນສະພາບທີ່ຄວບຄຸມບໍ່ໄດ້.


ອີງຕາມສື່ມວນຊົນການາດາລາຍງານຂ່າວໃນວັນທີ 2 ກັນຍານີ້ໃຫ້ຮູ້ວ່າ: ຈຳເປັນຕ້ອງໄດ້ປິດທາງດ່ວນຫຼາຍສາຍຢູ່ເຂດພາກເໜືອຂອງແຂວງໂກລົມເບຍບຣີຕີສ ທາງພາກຕາເວັນຕົກການາດາ ທີ່ເກີດມີສະພາບໄພໄໝ້ລາມປ່າຢ່າງໜັກໜ່ວງ. ເຈົ້າໜ້າທີ່ທ້ອງຖິ່ນກ່າວວ່າ: ຈຸດໄຟໄໝ້ທີ່ເກີດໃໝ່ສ່ວນຫຼາຍສາເຫດແມ່ນມາຈາກຄົນ.