ສປປ ເກົາຫຼີຝຶກຊ້ອມຈຳລອງເຫດການໂຈມຕີທາງຍຸດທະວິທີດ້ວຍອາວຸດນິວເຄລຍ

2023-09-04 16:18:12 CRI

ຂ່າວສານສູນກາງເກົາຫຼີລາຍງານໃນວັນທີ 3 ກັນຍານີ້ວ່າ:  ສປປ ເກົາຫຼີດຳເນີນການຝຶກຊ້ອມກໍ່ເຫດການໂຈມຕີໂດຍການຍິງອາວຸດນິວເຄລຍທາງຍຸດທະວິທີແບບຈຳລອງໃນຕອນຮຸ່ງເຊົ້າວັນທີ 2 ເດືອນດຽວກັນ ໂດຍໄດ້ຍິງລູກສອນໄຟຄຣຸສທາງຍຸດທະສາດໄລຍະໄກສອງລູກ ເພື່ອເປັນການເຕືອນໃຫ້ອາເມຣິກາ ແລະ ສ ເກົາຫຼີ ໃນກໍລະນີທີ່ສົ່ງເຮືອບິນຮົບຈຳນວນຫຼາຍລຳດຳເນີນການຝຶກຊ້ອມຮ່ວມເມື່ອບໍ່ດົນມານີ້.


ຂ່າວລາຍງານໃຫ້ຮູ້ຕື່ມວ່າ: ໂດຍອີງຕາມຄຳສັ່ງການຝຶກຊ້ອມທາງການທະຫານທີ່ກ່ຽວຂ້ອງ ຈາກຄະນະກຳມະການການທະຫານສູນກາງພັກແຮງງານເກົາຫຼີ, ກອງກຳລັງທະຫານນຳໃຊ້ລູກສອນໄຟຄຣຸສທາງຍຸດທະສາດ ເຂດພາກຕາເວັນຕົກ ຂອງກອງທັບປະຊາຊົນ ສປປ ເກົາຫຼີ ດຳເນີນການຝຶກຊ້ອມຍິງໂຈມຕີດ້ວຍອາວຸດນິວເຄລຍແບບຈຳລອງໃນຕອນຮຸ່ງເຊົ້າວັນທີ 2 ກັນຍານີ້ ໂດຍໄດ້ຍິງລູກສອນໄຟຄຣຸສທາງຍຸດທະສາດໄລຍະໄກສອງລູກໄປສູ່ເຂດທະເລພາກຕາເວັນຕົກ ສປປ ເກົາຫຼີຈາກປາກແມ່ນ້ຳຊົງຊົນ. ລູກສອນໄຟໄດ້ລະເບີດຢູ່ກາງອາກາດສູງຈາກເກາະເປົ້າໝາຍ 150 ແມັດຕາມກຳນົດ ພາຍຫຼັງຍິງຂຶ້ນເປັນເວລາ 7.600 ວິນາທີ.


ຂ່າວລາຍງານຕື່ມອີກວ່າ: ການຝຶກຊ້ອມເທື່ອນີ້ມີຈຸດປະສົງເພື່ອແຈ້ງເຕືອນກ່ຽວກັບ “ວິກິດການນິວເຄລຍທີ່ແທ້ຈິງ” ຕໍ່ອາເມຣິກາ ແລະ ສ ເກົາຫຼີ. ກຳລັງປະກອບອາວຸດນິວເຄລຍຂອງ ສປປ ເກົາຫຼີຈະນຳໃຊ້ທຸກວິທີເພື່ອເພີ່ມທະວີການຮັບມືກັບສະຖານະການການສູ້ຮົບ.