ທູດພິເສດຂອງທ່ານສີຈິ້ນຜິງ ເຂົ້າຮ່ວມພິທີສາບານຕົວເຂົ້າຮັບຕຳແໜ່ງປະທານາທິບໍດີຊິມບັບເວ

2023-09-05 14:34:09 cri

ວັນທີ 4 ກັນຍາ 2023 ຕາມເວລາທ້ອງຖິ່ນ, ທ່ານເອັມເມີຊັນ ເອັມນັນກັກວາ ຜູ້ໄດ້ຮັບເລືອກຕັ້ງເປັນປະທານາທິບໍດີຊິມບັບເວໄດ້ຈັດພິທີສາບານຕົວຂຶ້ນຮັບຕຳແໜ່ງຢູ່ນະຄອນຫຼວງຮາຣາເຣ, ເລີ່ມວາວາລະທີສອງໃນການດຳລົງຕຳແໜ່ງປະທານາທິບໍດີເປັນເວລາ 5 ປີຂອງທ່ານ.

ວັນທີ 4 ກັນຍານີ້, ພິທີສາບານຕົວຂຶ້ນຮັບຕຳແໜ່ງປະທານາທິບໍດີຊິມບັບາເວຂອງທ່ານເອັມນັນກັກວາ ໄດ້ຈັດຂຶ້ນຢູ່ສະໜາມກິລາແຫ່ງຊາດ, ມີນັກການເມືອງຄົນສຳຄັນ ແລະ ຜູ້ຕາງໜ້າຂອງປະເທດອາຟຣິກາຫຼາຍທ່ານໄດ້ເຂົ້າຮ່ວມພິທີດັ່ງກ່າວ. ທ່ານໂຈ່ວສຽງ  ຮອງປະທານສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນ ໃນຖານະເປັນທູດພິເສດຂອງທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເຂົ້າຮ່ວມພິທີດັ່ງກ່າວ.