ຣັດເຊຍຈະສະໜອງທັນຍາຫານຟຣີໃຫ້ແກ່ 6 ປະເທດອາຟຣິກາ ພາຍໃນ 2 ຫາ 3 ອາທິດຂ້າງໜ້ານີ້

2023-09-05 10:24:00 cri

ວັນທີ 4 ກັນຍານີ້ຕາມເວລາທ້ອງຖິ່ນ, ທ່ານວະລາດິເມຍ ປູຕິນ ປະທານາທິບໍດີຣັດເຊຍ ແລະ ທ່ານຣີເຊບ ຕາຢິບ ເອີໂດກັນ ປະທານາທິບໍດີຕູຣາເຄຍໄດ້ພົບປະກັນຢູ່ນະຄອນໂຊຊີປະເທດຣັດເຊຍແລ້ວໄດ້ຖະແຫຼງຂ່າວຮ່ວມ. ທ່ານວະລາດິເມຍ ປູຕິນໄດ້ຕີລາຄາຢ່າງຕັ້ງໜ້າຕໍ່ການພົວພັນຣັດເຊຍ-ຕູຣາເຄຍໃນປັດຈຸບັນ ໂດຍກ່າວວ່າ, ການຮ່ວມມືໃນຂົງເຂດເສດຖະກິດການຄ້າ, ການທະນາຄານ, ພະລັງງານ, ກະສິກຳ, ການກູ້ໄພແຜ່ນດິນໄຫວ ແລະ ການຕ້ານໄພອື່ນໆໄດ້ດຳເນີນໄປຢ່າງສະດວກ. ນອກນີ້, ທ່ານປູຕິນຍັງກ່າວຕື່ມວ່າ, ຣັດເຊຍຈະ ສະໜອງທັນຍາຫານຟຣີໃຫ້ແກ່ 6 ປະເທດອາຟຣິກາ, ຄາດວ່າຈະລິເລີ່ມວຽກງານທີ່ກ່ຽວຂ້ອງໄດ້ພາຍໃນ 2 ຫາ 3 ອາທິດຂ້າງໜ້ານີ້.


ທ່ານປູຕິນກ່າວຢ້ຳວ່າ, ຣັດເຊຍຍິນດີສືບຕໍ່ສົ່ງອອກສະບຽງອາຫານ ແລະ ປຸຍເຄມີ ເພື່ອຮັກສາຄວາມໝັ້ນທ່ຽງຂອງຕະຫຼາດສາກົນ. ມາດຕະການທີ່ກ່ຽວຂ້ອງລວມທັງໄດ້ສະໜອງສະບຽງອາຫານ 1 ລ້ານໂຕນໃຫ້ແກ່ຕູຣາເຄຍດ້ວຍລາຄາພິເສດ ທີ່ເຄີຍເວົ້າເຖິງກ່ອນໜ້ານີ້ ເພື່ອສະໜອງໃຫ້ແກ່ປະເທດທີ່ມີຄວາມຕ້ອງການທີ່ສຸດ ພາຍຫຼັງປຸງແຕ່ງແລ້ວ.