ອີຣານກ່າວຕຳໜິອາເມຣິກາທີ່ລົງໂທດອີຣານ

2023-09-05 11:02:04 cri

ວັນທີ 4 ກັນຍານີ້ຕາມເວລາທ້ອງຖິ່ນ, ທ່ານການານີ ໂຄສົກກະຊວງການຕ່າງປະເທດອີຣານໄດ້ຈັດກອງປະຊຸມຖະແຫຼງຂ່າວວ່າ: ອີຣານຈະບໍ່ແກ່ຍາວເວລາໃນການຟື້ນຟູຂະບວນການເຈລະຈາທີ່ກ່ຽວຂ້ອງກັບສັນຍານິວເຄລຍອີຣານ ພ້ອມທັງຈະສືບຕໍ່ສະແຫວງຫາການລຶບລ້າງຜົນກະທົບຈາກການລົງໂທດທີ່ມີຕໍ່ອີຣານ.


ທ່ານການານີກ່າວຕື່ມວ່າ, ອາເມຣິກາ ແລະ ບັນດາປະເທດເອີຣົບບໍ່ໄດ້ສະແດງໃຫ້ເຫັນເຖິງຄວາມຈິງໃຈທີ່ຈຳເປັນ, ໄດ້ວິນິດໄສຕໍ່ສະຖານະການຢ່າງຜິດພາດ ເຊິ່ງໄດ້ພາດໂອກາດໃນການກ້າວເຖິງຂັ້ນເຊັນສັນຍາ. ທ່ານກ່າວຕື່ມອີກວ່າ, ເຖິງວ່າອາເມຣິກາໄດ້ປະຕິບັດການລົງໂທດທາງເສດຖະກິດທີ່ຮ້າຍແຮງຕໍ່ອີຣານ, ແຕ່ອີຣານຍັງໄດ້ຮັກສາຖານະຂອງຕົນໃນຕະຫຼາດພະລັງງານດ້ວຍຊ່ອງທາງຕ່າງໆ, ຫຼາຍປະເທດໄດ້ສະແດງຄວາມປາດຖະໜາໃນການເພີ່ມທະວີການຮ່ວມມືກັບອີຣານ.