ທ່ານຫຼີ້ສຽງ ຈະເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງທີ 18 ຂອງ G20

2023-09-05 14:34:48 cri


    ວັນທີ 4 ກັນຍາ 2023, ທ່ານນາງເໝົານິງ ໂຄສົກກະຊວງການຕ່າງປະເທດຈີນເປີດເຜີຍໃຫ້ຮູ້ວ່າ: ໂດຍຕອບສະໜອງຕາມຄຳເຊີນຂອງລັດຖະບານອິນເດຍ, ທ່ານຫຼີ້ສຽງ ນາຍົກລັດຖະມົນຕີຈີນຈະເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງທີ 18 ຂອງກຸ່ມ 20 ປະເທດຫຼື G20 ທີ່ຈະຈັດຂຶ້ນຢູ່ນິວແດນລີຂອງອິນເດຍລະຫວ່າງວັນທີ 9 ຫາ 10 ກັນຍາ.