ໄຂກອງປະຊຸມສະມັດຊາໃຫຍ່ອົງການ ສປຊ ສະໄໝທີ 78

2023-09-06 15:10:38 cri

ກອງປະຊຸມສະມັດຊາໃຫຍ່ອົງການ ສປຊ ສະໄໝທີ 78 ໄດ້ໄຂຂຶ້ນຢູ່ສຳນັກງານໃຫຍ່ອົງການ ສປຊ ທີ່ນະຄອນນິວຢອກປະເທດອາເມຣິກາໃນວັນທີ 5 ກັນຍານີ້, ທ່ານແດນນີສ ຟຣັນຊີສ ປະທານກອງປະຊຸມສະມັດຊາໃຫຍ່ອົງການ ສປຊ ສະໄໝທີ 78 ໄດ້ຮຽກຮ້ອງໃຫ້ປະເທດສະມາຊິກຈົ່ງແກ້ໄຂບັນຫາ ແລະ ສິ່ງທ້າທາຍທີ່ທົ່ວໂລກພວມປະເຊີນ ດ້ວຍຈິດໃຈລັດທິຫຼາຍຝ່າຍຢ່າງແທ້ຈິງ ເພື່ອປົກປ້ອງຄວາມໝັ້ນຄົງ ແລະ ກຽດສັກສີຂອງມວນມະນຸດໃຫ້ດີກວ່າເກົ່າ.


ທ່ານແດນນີສ ຟຣັນຊີສ ຮຽກຮ້ອງໃຫ້ປະເທດສະມາຊິກຊຸກຍູ້ການບັນລຸສັນຕິພາບ ໂດຍຜ່ານຈາກການມອບສິດທິໃຫ້ກຸ່ມຄົນດ້ອຍໂອກາດ; ບັນລຸຄວາມຈະເລີນຮຸ່ງເຮືອງຮ່ວມກັນ ໂດຍຜ່ານການຈັດສັນຊັບພະຍາກອນ; ເລັ່ງລັດການພັດທະນາ ໂດຍຜ່ານການເອົາໃຈໃສ່ຊາວໜຸ່ມຢ່າງເຕັມທີ່, ນຳໃຊ້ການປະດິດສ້າງໃໝ່ ແລະ ເຕັກນິກໃໝ່ເປັນຢ່າງດີ ແລະ ປັດໄຈອື່ນໆ.


ຕອນເຊົ້າມື້ດຽວກັນ, ກອງປະຊຸມສະມັດຊາໃຫຍ່ອົງການ ສປຊ ສະໄໝທີ 77 ໄດ້ອັດລົງ. ທ່ານຊາບາ ໂຄໂຣຊີ ປະທານກອງປະຊຸມສະມັດຊາໃຫຍ່ອົງການ ສປຊ ສະໄໝທີ 77 ກ່າວຄຳປາໄສ ແລະ ທ່ານແດນນີສ ຟຣັນຊີສ ສາບານຕົວຂຶ້ນດຳລົງຕຳແໜ່ງປະທານຄົນໃໝ່.