ອົງການປົກຄອງນະຄອນເບີມິງແຮມຂອງອັງກິດປະກາດລົ້ມລະລາຍ

2023-09-06 15:12:54 cri

ວັນທີ 5 ກັນຍານີ້ຕາມເວລາທ້ອງຖິ່ນ, ຄະນະກຳມະການປົກຄອງນະຄອນເບີມິງແຮມ ຕົວເມືອງໃຫຍ່ອັນດັບ 2 ຂອງອັງກິດປະກາດລົ້ມລະລາຍ. ນະຄອນດັ່ງກ່າວຈະໂຈະງົບປະມານລາຍຈ່າຍໃໝ່ທຸກຢ່າງ ຍົກເວັ້ນການບໍລິການທີ່ກຳນົດດ້ວຍກົດໝາຍ ເຊັ່ນ: ປົກປ້ອງກຸ່ມຄົນດ້ອຍໂອກາດເປັນຕົ້ນ.


ອີງຕາມມາດຕາໃນ “ກົດໝາຍວ່າດ້ວຍການເງິນຂອງອົງການປົກຄອງທ້ອງຖິ່ນ” ສະບັບປີ 1988 ຂອງອັງກິດ, ຖ້າຫົວໜ້າຝ່າຍການເງິນຂອງຄະນະກຳມະການປົກຄອງນະຄອນເບີມິງແຮມເຫັນວ່າ, ອົງການປົກຄອງນະຄອນບໍ່ສາມາດບັນລຸຄວາມດຸນດ່ຽງລະຫວ່າງລາຍຮັບແລະລາຍຈ່າຍ ກໍໝາຍຄວາມວ່າ, ຄະນະກຳມະການດັ່ງກ່າວ “ໃນຕົວຈິງແມ່ນລົ້ມລະລາຍ” ແລ້ວ. ໃນໄລຍະຕໍ່ໄປ, ຄະນະກຳມະການປົກຄອງນະຄອນເບີມິງແຮມຈຳເປັນຕ້ອງຈັດກອງປະຊຸມເປິກສາບັນຫາທີ່ເກີດຂຶ້ນຕາມຫຼັງ ພາຍໃນ 21 ວັນ. ນອກນີ້, ນອກຈາກການບໍລິການທີ່ກຳນົດດ້ວຍກົດໝາຍວ່າດ້ວຍການປົກປ້ອງກຸ່ມຄົນດ້ອຍໂອກາດແລ້ວ, ຈະບໍ່ອະນຸຍາດໃຫ້ມີງົບປະມານລາຍຈ່າຍອື່ນໆ, ແຕ່ຈະສືບຕໍ່ປະຕິບັດຕາມຄຳໝັ້ນສັນຍາ ແລະ ສັນຍາຕ່າງໆ ທີ່ມີຢູ່ໃນປັດຈຸບັນ.