ກົນໄກຮ່ວມມືການກວດກາກົດໝາຍຂອງອົງການຕັດສິນ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ຮັບການສ້າງຕັ້ງຂຶ້ນ

2023-09-07 10:26:50 cri

ໃນກອງປະຊຸມເວທີເປິກສາຫາລືຂັ້ນສູງການຕັດສິນຂອງຈີນປີ 2023 ກໍຄືກອງປະຊຸມເວທີເປິກສາຫາລືຂັ້ນສູງກ່ຽວກັບອົງການຕັດສິນ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທີ 3 ທີ່ຈັດຂຶ້ນໃນວັນທີ 6 ກັນຍານີ້, ຄະນະກຳມະການຕັດສິນຂໍ້ຂັດແຍ້ງດ້ານເສດຖະກິດການຄ້າສາກົນຈີນໄດ້ເປີດເຜີຍກົນໄກຮ່ວມມືການກວດກາກົດໝາຍຂອງອົງການຕັດສິນ “ໜຶ່ງແລວໜຶ່ງເສັ້ນທາງ”.


ອີງຕາມຕົວເລກຂໍ້ມູນສະແດງໃຫ້ເຫັນວ່າ, ນັບແຕ່ເດືອນມັງກອນປີ 2013 ຫາເດືອນກໍລະກົດປີ 2023, ຄະນະກຳມະການຕັດສິນຂໍ້ຂັດແຍ້ງດ້ານເສດຖະກິດການຄ້າສາກົນຈີນໄດ້ຮັບແກ້ໄຂຄະດີ ທີ່ກ່ຽວຂ້ອງກັບປະເທດແລະເຂດແຄວ້ນລຽບຕາມ “ໜຶ່ງແລວໜຶ່ງເສັ້ນທາງ” 2.856 ຄະດີ, ມີມູນຄ່າເຖິງ 153,5 ຕື້ຢວນ, ໃນນັ້ນ, ຄະດີທີ່ມີມູນຄ່າ 100 ລ້ານຢວນຂຶ້ນໄປມີເກືອບ 300 ຄະດີ, ຜູ້ກ່ຽວຂ້ອງແມ່ນມາຈາກ 62 ປະເທດ ແລະ ເຂດແຄວ້ນລຽບຕາມ “ໜຶ່ງແລວໜຶ່ງເສັ້ນທາງ”.

ປັດຈຸບັນ, ມີອົງການແກ້ໄຂຂໍ້ຂັດແຍ້ງ 24 ແຫ່ງໃນເກືອບ 20 ປະເທດແລະເຂດແຄວ້ນລຽບຕາມ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ເຂົ້າຮ່ວມກົນໄກດັ່ງກ່າວ.