ຣັດເຊຍໄດ້ກຳຫຼັກຖານກ່ຽວກັບອາເມຣິກາເຂົ້າຮ່ວມໂຄງການຊີວະພາບຢູ່ປະເທດອື່ນແລ້ວ

2023-09-07 14:07:21 cri

ວັນທີ 6 ກັນຍານີ້ຕາມເວລາທ້ອງຖິ່ນ, ທ່ານກິຣີໂລຟ ຜູ້ບັນຊາການກອງທັບປ້ອງກັນທາງກຳມັນຕະພາບລັງສີ, ເຄມີ ແລະ ຊີວະພາບຂອງຣັດເຊຍກ່າວວ່າ: ຣັດເຊຍໄດ້ກຳເອກະສານຫຼັກຖານກ່ຽວກັບກະຊວງການຕ່າງປະເທດອາເມຣິກາເຂົ້າຮ່ວມການປະຕິບັດ “ໂຄງການຍົກສູງຄວາມປອດໄພດ້ານຊີວະພາບ” ນັບແຕ່ປີ 2016 ເປັນຕົ້ນມາ. ຕາມແຜນການ, ລັດຖະບານອາເມຣິກາໄດ້ໃຊ້ງົບປະມານຢ່າງໜ້ອຍ 40 ລ້ານໂດລາເຂົ້າໃນການດຶງດູດອົງການຈັດຕັ້ງທີ່ບໍ່ແມ່ນປະເພດທຸລະກິດການຄ້າ ແລະ ບໍ່ສັງກັດລັດຖະບານ. ໃນເອກະສານດັ່ງກ່າວ, ອູແກຣນມີຖານະພິເສດ ໂດຍໄດ້ຖືກຈັດເຂົ້າເປັນເຂດແຄວ້ນສະເພາະ.

ທ່ານກິຣີໂລຟກ່າວເນັ້ນວ່າ: ເອກະສານເຫຼົ່ານີ້ໄດ້ພິສູດໃຫ້ເຫັນແລ້ວວ່າ: ກະຊວງການຕ່າງປະເທດອາເມຣິກາເຂົ້າຮ່ວມໂຄງການຊີວະພາບຢູ່ປະເທດອື່ນຢ່າງຕັ້ງໜ້າ ພ້ອມທັງຫວັງຢາກປິດບັງຕົນເອງ ແລະ ຈຸດປະສົງຄົ້ນຄວ້າຂອງຕົນເອງໂດຍຜ່ານຜູ້ປະຕິບັດງານຝ່າຍທີ 3.