ທ່ານຫຼິວໂກຈົ່ງຈະເຂົ້າຮ່ວມພິທີສະຫຼອງວັນສະຖາປະນາ ສປປ ເກົາຫຼີຄົບຮອບ 75 ປີ ແລະ ຢ້ຽມຢາມ ສປປ ເກົາຫຼີ

2023-09-08 14:34:56 cri

ວັນທີ 7 ກັນຍານີ້, ທ່ານນາງມາວນິງ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ໂດຍຕອບສະໜອງຕາມຄຳເຊີນຈາກພັກແຮງງານ ແລະ ລັດຖະບານ ສປປ ເກົາຫຼີ, ທ່ານຫຼິວໂກຈົ່ງ ກຳມະການກົມການເມືອງສູນກາງພັກກອມມູນິດຈີນ, ຮອງນາຍົກລັດຖະມົນຕີຈີນ ຈະນຳພາຄະນະຜູ້ແທນເຂົ້າຮ່ວມພິທີສະຫຼອງວັນສະຖາປະນາ ສປປ ເກົາຫຼີຄົບຮອບ 75 ປີ ແລະ ຢ້ຽມຢາມ ສປປ ເກົາຫຼີ ໃນວັນທີ 8 ກັນຍານີ້.