ຄະນະກຳມະການໂອລິມປິກສາກົນເລື່ອນເວລາສະເໜີລາຍການແຂ່ງຂັນຂອງງານກິລາໂອລິມປິກປີ 2028

2023-09-08 14:35:40 cri

ວັນທີ 6 ກັນຍານີ້ຕາມເວລາທ້ອງຖິ່ນ, ຄະນະກຳມະການໂອລິມປິກສາກົນປະກາດວ່າ, ຈະເລື່ອນເວລາສະເໜີລາຍການແຂ່ງຂັນຂອງງານກິລາໂອລິມປິກລອສແອນເຈີລີສປີ 2028 ຢູ່ອາເມຣິກາອອກໄປ, ສ່ວນເວລາລະອຽດຍັງບໍ່ໄດ້ຕົກລົງເທື່ອ.


ຄະນະກຳມະການໂອລິມປິກສາກົນຈະຈັດກອງປະຊຸມຄະນະບໍລິຫານງານໃນວັນທີ 8 ກັນຍານີ້, ຕາມແຜນການແລ້ວ, ຈະຮັບຟັງການລາຍງານວຽກງານຈັດສັນລາຍການແຂ່ງຂັນຂອງງານກິລາໂອລິມປິກປີ 2028 ຈາກຄະນະກຳມະການລາຍການແຂ່ງຂັນງານກິລາໂອລິມປິກ. ແຕ່ວັນທີ 6 ກັນຍານີ້, ຄະນະກຳມະການໂອລິມປິກສາກົນແຈ້ງໃຫ້ຮູ້ວ່າ, ຍ້ອນວ່າຍັງໄດ້ເປິກສາຫາລືກັບຄະນະກຳມະການຈັດງານກິລາໂອລິມປິກລອສແອນເຈີລີສ, ຄະນະກຳມະການລາຍການແຂ່ງຂັນງານກິລາໂອລິມປິກຍັງບໍ່ໄດ້ເຮັດສຳເລັດບົດລາຍງານວຽກງານສະເໜີລາຍການແຂ່ງຂັນຂອງຕົນເທື່ອ. ສະນັ້ນ, ຈິ່ງບໍ່ສາມາດລາຍງານຕໍ່ຄະນະບໍລິຫານງານໄດ້ທັນໃນວັນທີ 8 ກັນຍານີ້.