ມຽນມາສົ່ງຜູ້ຕ້ອງສົງໄສການຫຼອກລວງທາງເຄືອຂ່າຍໂທລະຄົມ 1.207 ຄົນໃຫ້ແກ່ຝ່າຍຈີນ

2023-09-09 15:16:51 CRI

ຫວ່າງມໍ່ໆມານີ້, ອົງການປ້ອງກັນຄວາມສະຫງົບເມືອງຜູເອີ ແຂວງຢຸນນານ ສປ ຈີນໄດ້ຕັ້ງໜ້າດຳເນີນການຮ່ວມມືກັບພາກສ່ວນປະຕິບັດກົດໝາຍຂອງທ້ອງຖິ່ນທີ່ກ່ຽວຂ້ອງຂອງມຽນມາ, ຝ່າຍມຽນມາໄດ້ສົ່ງຜູ້ຕ້ອງສົງໄສໃນຄະດີການຫຼອງລວງທາງເຄືອຂ່າຍໂທລະຄົມທີ່ມີຈຸດເຄື່ອນໄຫວຢູ່ພາກເໜືອມຽນມາຈຳນວນ 1.207 ຄົນໃຫ້ແກ່ຝ່າຍຈີນ, ໃນນັ້ນມີ 41 ຄົນຖືກອອກໝາຍສັ່ງຈັບຢູ່ເທິງອິນເຕີເນັດ. ເທື່ອນີ້ເປັນຜົນໄດ້ຮັບອີກຄັ້ງໜຶ່ງໃນການເຄື່ອນໄຫວປາບກຸ່ມແກ້ງຫຼອກລວງທາງເຄືອຂ່າຍໂທລະຄົມທີ່ມີຈຸດເຄື່ອນໄຫວຢູ່ພາກເໜືອມຽນມາ ພາຍຫຼັງສາມາດຈັບຕົວຜູ້ຕ້ອງສົງໄສໄດ້ 269 ຄົນໃນໄລຍະຜ່ານມາ.


ປັດຈຸບັນ, ອົງການປ້ອງກັນຄວາມສະຫງົບຂອງຈີນພວມດຳເນີນການສືບສວນ-ສອບສວນ ແລະ ກວດກາຕາມກົດໝາຍຕໍ່ຜູ້ຕ້ອງສົງໄສທີ່ຝ່າຍມຽນມາສົ່ງໃຫ້ຝ່າຍຈີນ, ສຳລັບຜູ້ຕ້ອງສົງໄສໃນຄະດີຫຼອກລວງ, ລັກລອບຂ້າມຊາຍແດນ ແລະ ຜູ້ກະທຳຜິດອື່ນໆນັ້ນ, ອົງການປ້ອງກັນຄວາມສະຫງົບຂອງຈີນຈະສືບສວນ-ສອບສວນຂໍ້ເທັດຈິງຂອງການກະທຳຄວາມຜິດຂອງເຂົາເຈົ້າຢ່າງເຖິງຖອງ ແລະ ລົງໂທດຢ່າງເຂັ້ມງວດຕາມກົດໝາຍ; ສຳລັບການມີຜູ້ຄົນແຈ້ງຄວາມກັບຕຳຫຼວດວ່າມີສະມາຊິກຄອບຄົວຖືກກັກຂັງຢູ່ນອກປະເທດນັ້ນ, ອົງການປ້ອງກັນຄວາມສະຫງົບຂອງຈີນຈະຕັ້ງໜ້າຈັດຕັ້ງການສືບສວນ-ສອບສວນ, ຖ້າພົບວ່າຜູ້ຄົນເຫຼົ່ານີ້ຢູ່ນອກປະເທດຖືກທຳຮ້າຍ ເຊັ່ນ: ຖືກກັກຕົວຢ່າງຜິດກົດໝາຍເປັນຕົ້ນ ກໍຈະເຕືອນໃຫ້ພາກສ່ວນປະຕິບັດກົດໝາຍຂອງປະເທດ ແລະ ເຂດແຄວ້ນທີ່ກ່ຽວຂ້ອງລົງໂທດຜູ້ກະທຳຜິດຢ່າງເຂັ້ມງວດ, ປົກປັກຮັກສາຄວາມປອດໄພທາງຮ່າງກາຍ ກໍຄືສິດ ແລະ ຜົນປະໂຫຍດອັນຖືກຕ້ອງຕາມກົດໝາຍຂອງພົນລະເມືອງຈີນຢ່າງເດັດຂາດ.