ຈີນ ແລະ ອິນໂດເນເຊຍເຊັນບົດບັນທຶກຄວາມເຂົ້າໃຈການຮ່ວມມືດ້ານການຄ້າເອເລັກໂຕຣນິກ

2023-09-09 13:16:01 cri


    ວັນທີ 8 ກັນຍາ 2023, ທ່ານຫວາງເວີນຖ່າວ ລັດຖະມົນຕີກະຊວງການຄ້າຈີນ ແລະ ທ່ານແອລັງກາ ລັດຖະມົນຕີກະຊວງການວາງແຜນເສດຖະກິດອິນໂດເນເຊຍຮ່ວມກັນລົງນາມໃນ “ບົດບັນທຶກຄວາມເຂົ້າໃນກ່ຽວກັບການຮ່ວມມືດ້ານການຄ້າເອເລັກໂຕຣນິກລະຫວ່າງກະຊວງການຄ້າຈີນ ກັບ ກະຊວງການວາງແຜນເສດຖະກິດອິນໂດເນເຊຍ” ຢູ່ນະຄອນຫຼວງຈາກາຕາປະເທດອິນໂດເນເຊຍ.

ອີງຕາມບົດບັນທຶກຄວາມເຂົ້າໃຈສະບັບນີ້, ສອງຝ່າຍຈະສ້າງກົນໄກຮ່ວມມືດ້ານການຄ້າເອເລັກໂຕຣນິກ, ເພີ່ມທະວີການແລກປ່ຽນດ້ານນະໂຍບາຍ ແລະ ການແບ່ງປັນບົດຮຽນ, ສະໜັບສະໜູນວິສາຫະກິດສອງປະເທດດຳເນີນການຮ່ວມມືດ້ານການຄ້າເອເລັກໂຕຣນິກ, ຈັດການອົບຮົມດ້ານບຸກຄະລາກອນ ແລະ ການຄົ້ນຄວ້າຮ່ວມກັນ, ໃຫ້ການຄ້າ ແລະ ການລົງທຶນມີຄວາມສະດວກຂຶ້ນຢ່າງບໍ່ຢຸດຢັ້ງ, ເປີດກວ້າງຂົງເຂດຮ່ວມມືດ້ານເສດຖະກິດດີຈີຕອນ, ຮ່ວມກັນເພີ່ມພະລັງແຮງໃໝ່ໃຫ້ແກ່ການພົວພັນດ້ານເສດຖະກິດການຄ້າລະຫວ່າງສອງຝ່າຍ.

ນັບມາຮອດປັດຈຸບັນ, ຈີນໄດ້ສ້າງກົນໄກຮ່ວມມືດ້ານການຄ້າເອເລັກໂຕຣນິກສອງຝ່າຍກັບ 30 ກວ່າປະເທດລວມທັງອິນໂດເນເຊຍ.