ທ່ານລີວຈ້ຽນຊ່າວຢ້ຽມຢາມສປປລາວ

2023-09-09 17:12:02 cri

    ລະຫວ່າງວັນທີ 6-8 ກັນຍານີ້, ທ່ານລີວຈ້ຽນຊ່າວ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກຄອມມູນິດຈີນພ້ອມດ້ວຍຄະນະໄດ້ເດີນທາງໄປຢ້ຽມຢາມ ສປປ ລາວ ໂດຍໄດ້ເຂົ້າຢ້ຽມຄຳນັບທ່ານທອງລຸນ ສີສຸລິດ ເລຂາທິການໃຫຍ່ສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ແລະ ໄດ້ພົບປະກັບທ່ານທອງສະຫວັນ ພົມວິຫານ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ແລ້ວທ່ານລີວຈ້ຽນຊ່າວກໍປາຖະກະຖາຕໍ່ພະນັກງານພັກແລະລັດຂອງລາວໂດຍມີຫົວຂໍ້ວ່າ “ຮ່ວມກັນຈັດຕັ້ງປະຕິບັດຂໍ້ລິເລີ່ມທົ່ວໂລກ 3 ຂໍ້, ຮ່ວມກັນຂຽນປະຫວັດສາດໜ້າໃໝ່ຂອງຄູ່ຮ່ວມຊາຕາກຳຈີນ-ລາວ”.

  

    ສອງຝ່າຍກ່າວເປັນເອກະພາບກັນວ່າ: ຕ້ອງຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບກັນອັນສຳຄັນຂອງຜູ້ນຳສູງສຸດຂອງພັກ-ລັດສອງປະເທດໃຫ້ດີ, ຖືເອົາແຜນດຳເນີນງານຂອງການສ້າງຄູ່ຮ່ວມຊາຕາກຳຈີນ-ລາວເປັນສິ່ງພາທາງ, ເພີ່ມການແລກປ່ຽນທາງຍຸດທະສາດລະຫວ່າງການນຳຂັ້ນສູງຂອງສອງປະເທດໃຫ້ແໜ້ນແຟ້ນຂຶ້ນ, ລົງເລິກການແລກປ່ຽນ ແລະ ຖອດຖອນບົດຮຽນເຊິ່ງກັນແລະກັນ, ຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳຈີນ-ລາວໃຫ້ເຂົ້າສູ່ລວງເລິກ ແລະ ຕິດແທດຕົວຈິງ.