ອັດກອງປະຊຸມສຸດຍອດຜູ້ນຳປະເທດກຸ່ມ G20

2023-09-10 16:41:57 CRI


ວັນທີ 10 ກັນຍານີ້, ກອງປະຊຸມສຸດຍອດຄັ້ງທີ 18 ຂອງຜູ້ນຳປະເທດກຸ່ມG20 ທີ່ຈັດຂຶ້ນຢູ່ນະຄອນຫຼວງນິວແດນລີຂອງອິນເດຍນັ້ນໄດ້ອັດລົງ.

 

ໃນກອງປະຊຸມສຸດຍອດດັ່ງກ່າວໄດ້ຮັບຮອງ “ຖະແຫຼງການກອງປະຊຸມສຸດ ຍອດນິວແດນລີຂອງຜູ້ນຳປະເທດກຸ່ມ G20”, ໂດຍກ່າວຢ້ຳວ່າ, ກອງປະຊຸມສຸດຍອດ G20ໃນຖານະເປັນເວທີເປິກສາຫາລືຕົ້ນຕໍກ່ຽວກັບການຮ່ວ່ມມືເສດຖະກິດສາກົນໄດ້ໃຫ້ຄຳໝັ້ນສັນຍາວ່າ, ໃນອະນາຄົດຈະປະຕິບັດຕາມຈິດໃຈລັດທິຫຼາຍຝ່າຍ, ແລະສືບຕໍ່ເຄື່ອນໄຫວບົນພື້ນຖານແຫ່ງຄວາມຮັບຮູ້ທີ່ເປັນເອກະພາບກັນ, ບັນດາປະເທດສະມາຊິກຈະເຂົ້າຮ່ວມການເຄື່ອນໄຫວທັງໝົດ ເຊິ່ງລວມທັງກອງປະຊຸມສຸດຍອດຢ່າງສະເໝີພາບກັນ, ສ້າງຜົນງານຢ່າງຕັ້ງໜ້າ, ເພື່ອຮັບມືກັບສິ່ງທ້າທາຍທີ່ຢູ່ຕໍ່ໜ້າໃນທົ່ວໂລກ.