ນັກວິເຄາະດ້ານການເມືອງເຫັນວ່າ: ອາເມຣິກາກໍ່ສົງຄາມອັຟການິດສະຖານແມ່ນຄວາມຜິດພາດທີ່ສຸດ

2023-09-11 15:52:51 cri


ວັນທີ 9 ກັນຍານີ້ແມ່ນວັນທີ່ເຫດການກໍ່ການຮ້າຍວັນທີ 11 ກັນຍາ 2001 ເກີດຂຶ້ນຄົບຮອບ 22 ປີ. ຫຼາຍແຫ່ງຂອງອາເມຣິກາໄດ້ຈັດກິດຈະກຳລະນຶກໃນວັນທີ 11 ກັນຍານີ້ຕາມເວລາທ້ອງຖິ່ນ.

ນັກວິເຄາະດ້ານການເມືອງຂອງອັຟການິດສະຖານໄດ້ໃຫ້ສຳພາດຕໍ່ນັກຂ່າວຈີນ ໂດຍໄດ້ຕຳໜິຕິຕຽນອາເມຣິກາທີ່ໄດ້ລັກເອົາຊັບສິນຂອງປະຊາຊົນອັຟການິດສະຖານ ພ້ອມທັງກ່າວວ່າ: ອາເມຣິກາກໍ່ສົງຄາມອັຟການິດສະຖານແມ່ນຄວາມຜິດພາດທີ່ສຸດ.

ເຖິງວ່າກອງທັບອາເມຣິກາໄດ້ຖອນອອກຈາກອັຟການິດສະຖານແລ້ວກໍຕາມ, ແຕ່ລັດຖະບານອາເມຣິກາຍັງສືບຕໍ່ປະຕິບັດການລົງໂທດພຽງລຳພັງແຕ່ຝ່າຍດຽວຕໍ່ອັຟການິດສະຖານ, ກັກຊັບສິນຢູ່ຕ່າງປະເທດຂອງອັຟການິດສະຖານ, ກີດຂວາງບໍ່ໃຫ້ທຶນຊ່ວຍເຫຼືອດ້ານມະນຸດສະທຳໂອນເຂົ້າໄປສູ່ອັຟການິດສະຖານ ເຊິ່ງບໍ່ພຽງແຕ່ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນອັຟການິດສະຖານມີຄວາມຫຍຸ້ງຍາກລຳບາກເພີ່ມຫຼາຍຂຶ້ນເທົ່ານັ້ນ, ຍິ່ງເຮັດໃຫ້ການສ້າງສາຄືນໃໝ່ພາຍຫຼັງສົງຄາມຂອງອັຟການິດສະຖານຕົກເຂົ້າສູ່ສະພາບຢຸດສະງັກຕື່ມອີກ.