ບໍລິສັດພະລັງງານໄຟຟ້າໂຕກຽວຍີ່ປຸ່ນສິ້ນສຸດການລະບາຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລເທື່ອທຳອິດໃນວັນທີ 11 ກັນຍານີ້

2023-09-11 11:17:11 CRI

    ວັນທີ 11 ກັນຍານີ້, ສື່ມວນຊົນຍີ່ປຸ່ນລາຍງານວ່າ: ບໍລິສັດພະລັງງານໄຟຟ້າໂຕກຽວຍີ່ປຸ່ນຈະສຳເລັດການລະບາຍນ້ຳປົນເປື້ອນລັງສີນິວເຄລຍປະມານ 7.800ໂຕນຢູ່ໂຮງໄຟຟ້ານິວເຄລຍຟຸຄຸຊິມະເລກ 1 ລົງສູ່ທະເລເທື່ອທຳອິດ. ຄາດວ່າ, ການລະບາຍເທື່ອທີສອງໄວທີ່ສຸດຈະເລີ່ມແຕ່ທ້າຍເດືອນກັນຍານີ້.



    ຍີ່ປຸ່ນບໍ່ເອົາຫົວຊານຳການຄັດຄ້ານຢ່າງຮຸນແຮງຈາກປະຊາຄົມໂລກ, ໄດ້ເລີ່ມລະບາຍນ້ຳປົນເປື້ອນລັງສີນິວເຄລຍຢູ່ໂຮງໄຟຟ້ານິວເຄລຍຟຸຄຸຊິມະເລກ 1 ລົງສູ່ທະເລໃນວັນທີ 24 ສິງຫາແລ້ວນີ້.