ປັບຫຼຸດຕົວເລກຄາດຄະເນອັດຕາການເຕີບໂຕດ້ານເສດຖະກິດຂອງສະຫະພາບເອີຣົບ ແລະ ເຂດໃຊ້ເງິນເອີໂຣ

2023-09-12 10:49:50 CRI


ວັນທີ 11 ກັນຍານີ້ຕາມເວລາທ້ອງຖິ່ນ, ຄະນະກຳມາທິການສະຫະພາບເອີຣົບໄດ້ເຜີຍແຜ່ການຄາດຄະເນເສດຖະກິດລະດູຮ້ອນປີ 2023, ເຊິ່ງໄດ້ປັບຫຼຸດຕົວເລກອັດຕາການເຕີບໂຕດ້ານເສດຖະກິດຂອງສະຫະພາບເອີຣົບທີ່ຄາດຄະເນໄວ້ໃນລະດູໃບໄມ້ປົ່ງ ຄື 1% ລົງເປັນ 0,8%. ການຄາດຄະເນດັ່ງກ່າວຍັງໄດ້ປັບຫຼຸດ ຕົວເລກອັດຕາການເຕີບໂຕດ້ານເສດຖະກິດຂອງເຂດໃຊ້ເງິນເອີໂຣໃນປີ 2023 ທີ່ຄາດຄະເນໃນລະດູໃບໄມ້ປົ່ງ ຄື 1,1% ລົງເປັນ 0,8%, ເຊິ່ງສະແດງໃຫ້ເຫັນວ່າ ທ່ວງທ່າການເຕີບໂຕດ້ານເສດຖະກິດຂອງສະຫະພາບເອີຣົບໄດ້ອ່ອນແອລົງ.


ບົດລາຍງານການຄາດຄະເນຊີ້ອອກວ່າ, ແຮງຂັບເຄື່ອນດ້ານການເຕີບໂຕຂອງສະຫະພາບເອີຣົບໄດ້ອ່ອນແອລົງ. ອີງຕາມຕົວເລກຫຼ້າສຸດຢືນຢັນໃຫ້ເຫັນວ່າ, ໃນ 6 ເດືອນຕົ້ນປີ 2023, ການເຄື່ອນໄຫວດ້ານເສດຖະກິດຂອງສະຫະພາບເອີຣົບຖືກຈຳກັດ, ຄວາມຕ້ອງການພາຍໃນ (ໂດຍສະເພາະແມ່ນການບໍລິໂພກ) ອ່ອນແອລົງ ສະແດງໃຫ້ເຫັນວ່າ, ລາຄາສິນຄ້າ ແລະ ການບໍລິການສ່ວນໃຫຍ່ຢູ່ໃນລະດັບສູງ ແລະ ສືບຕໍ່ເພີ່ມສູງຂຶ້ນ. ໃນຂະນະດຽວກັນ, ການເພີ່ມຂຶ້ນຂອງເງິນກູ້ສິນເຊື່ອຈາກທະນາຄານໄດ້ຊ້າລົງຢ່າງຫຼວງຫຼາຍ, ເຊິ່ງສະແດງໃຫ້ເຫັນວ່າ ນະໂຍບາຍເງິນຕາແບບຮັດກຸມພວມສ້າງຜົນກະທົບຕໍ່ເສດຖະກິດ.


ອີງຕາມຕົວເລກການສຳຫຼວດໃນປັດຈຸບັນສະແດງໃຫ້ເຫັນວ່າ, ໃນລະດູຮ້ອນ ແລະ ຫຼາຍເດືອນໃນຕໍ່ໜ້ານີ້, ການເຄື່ອນໄຫວດ້ານເສດຖະກິດຂອງສະຫະພາບເອີຣົບຍັງຈະສືບຕໍ່ຫຼຸດຜ່ອນລົງ, ອຸດສາຫະກຳມີຄວາມອ່ອນແອຢ່າງຕໍ່ເນື່ອງ, ທ່ວງທ່າການເຕີບໂຕຂອງຂະແໜງບໍລິການອ່ອນແອລົງ. ນອກນີ້, ເງື່ອນໄຂດ້ານສະພາບອາກາດຮ້າຍແຮງພ້ອມດ້ວຍໄຟໄໝ້ລາມປ່າ ແລະ ໄພນ້ຳຖ້ວມໃນລະດູຮ້ອນປີນີ້ໄດ້ສ້າງຄວາມສ່ຽງດ້ານດິນຟ້າອາກາດຢ່າງຮຸນແຮງຂຶ້ນເລື້ອຍໆ, ໄດ້ສ້າງຄວາມກົດດັນຕໍ່ອະນາຄົດຂອງເສດຖະກິດສະຫະພາບເອີຣົບ.